Homeຂ່າວເຫດການໄປຫາປາຢ່າເຮັດແບບນີ້ ຖ້າບໍ່ຢາກຕາຍ (ຊົມຄລິບ)

ໄປຫາປາຢ່າເຮັດແບບນີ້ ຖ້າບໍ່ຢາກຕາຍ (ຊົມຄລິບ)

Published on

ຂ່າວວ່າມີຜູ້ເສຍຊີວິດຍ້ອນປາເຂົ້າຄໍ ເຄີຍໄດ້ຍິນມາຫຼາຍຄັ້ງໃນໄລຍະຫຼາຍປີທີ່ຜ່ານມາ, ຫຼ້າສຸດເຫດການດັ່ງກ່າວເກີດຂຶ້ນອີກ ຢູ່ຕ່າງປະເທດ ລາຍລະອຽດຂອງຂ່າວບໍ່ໄດ້ບອກວ່າເກີດຂຶ້ນ ໃນວັນທີເດືອນປີໃດແທ້ ແຕ່ວ່າເຫດການດັ່ງກ່າວຄວນຖືກເຜີຍແພ່ຕໍ່ສັງຄົມ ເພື່ອເປັນອຸທາຫອນສອນໃຈ.

ມີຜູ້ຊາຍຜູ້ໜຶ່ງໄປຫາປາດ້ວຍການຫວ່ານແຫ ແຕ່ພໍປາຖືກແຫຫຼາຍ ຫຼັງຈາກເອົາປາອອກຈາກແຫໄດ້ໂຕໜຶ່ງແລ້ວ ກໍເອົາປາກຄາບໄວ້ ເພື່ອຈະຈັບປາໂຕອື່ນຕໍ່ ບໍ່ພໍທໍ່ໃດວິນາທີ ປາທີ່ຄາບໄວ້ໃນປາກໄດ້ດິ້ນໂດດເຂົ້າໄປຄາຢູ່ຮູຄໍ ແບບກືນບໍ່ເຂົ້າຄາຍບໍ່ອອກ ຍັງດີທີ່ມີຜູ້ເຫັນເຫດການແລະນຳສົ່ງໂຮງໝໍ ເພື່ອຮັບການຊ່ວຍເຫຼືອຈາກແພດໄດ້ທັນເວລາ ເຮັດໃຫ້ຜູ້ກ່ຽວລອດຈາກຄວາມຕາຍແບບຫວຸດຫວິດ.

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...