Homeຂ່າວຕ່າງປະເທດຈີນ: ບັນຫາທະເລຈີນໃຕ້ ບໍ່ແມ່ນບັນຫາຂອງອາເມລິກາ

ຈີນ: ບັນຫາທະເລຈີນໃຕ້ ບໍ່ແມ່ນບັນຫາຂອງອາເມລິກາ

Published on

ວິທະຍຸສາກົນແຫ່ງປະເທດຈີນລາຍງານວ່າ ວັນທີ 4 ພຶດສະພາ 2017 ນີ້ ທ່ານ ເຣັກ ທິວເລີສັນ ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ຈະປະຊຸມຮ່ວມກັບບັນດາລັດຖະມົນຕີຕ່າງປະເທດຂອງ ອາຊ່ຽນ ຢູ່ທີ່ສະຫະລັດອາເມລິກາ ເຊິ່ງມີຄວາມເປັນໄປໄດ້ວ່າ ບັນຫາທະເລຈີນໃຕ້ກໍແມ່ນບັນຫາໜຶ່ງທີ່ຈະຖືກຍົກຂຶ້ນໃນກອງປະຊຸມດັ່ງກ່າວ.

ຕໍ່ເຫດການດັ່ງກ່າວ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ຕອບຄຳຖາມຂອງນັກຂ່າວໃນໂອກາດຖະແຫຼງຂ່າວຢູ່ນະຄອນຫຼວງປັກກິ່ງຂອງຈີນໃນວັນທີ 3 ພຶດສະພາ 2017 ນີ້ວ່າ ບັນຫາທະເລຈີນໃຕ້ແມ່ນບັນຫາລະຫວ່າງຈີນກັບບາງປະເທດໃນອາຊ່ຽນເທົ່ານັ້ນ ຫາກບໍ່ແມ່ນບັນຫາລະຫວ່າງຈີນກັບອາຊ່ຽນ ແລະກໍບໍ່ແມ່ນບັນຫາລະຫວ່າງຈີນກັບອາເມລິກາ ທັງບໍ່ແມ່ນບັນຫາລະຫວ່າງອາເມລິກາກັບອາຊ່ຽນອີກດ້ວຍ.

ຈາກຄວາມພະຍາຍາມຮ່ວມລະຫວ່າງຈີນກັບອາຊ່ຽນ ວ່າງມໍ່ໆມານີ້ ສະຖານະການໃນທະເລຈີນໃຕ້ໄດ້ດີຂຶ້ນຢ່າງຕໍ່ເນື່ອງ ແລະກໍເປັນສະຖານະການທີ່ຕ້ອງຮັກສາແລະຮ່ວມກັນທະນຸຖະໜອມຈາກຝ່າຍຕ່າງໆ ແລະຈີນກໍຫວັງວ່າ ປະເທດຢູ່ນອກພາກພື້ນຄວນເຄົາລົບຄວາມພະຍາຍາມຮ່ວມກັນ ຮັກສາສັນຕິພາບແລະສະຖຽນລະພາບໃນທະເລຈີນໃຕ້ຂອງພາກພື້ນນີ້.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...