Homeຂ່າວຕ່າງປະເທດ"ທຣັມ" ເດີນເກມຫຼິ້ນຍ້ອງ "ຄິມ" ເປັນຄົນສະຫຼາດຫຼາຍ

“ທຣັມ” ເດີນເກມຫຼິ້ນຍ້ອງ “ຄິມ” ເປັນຄົນສະຫຼາດຫຼາຍ

Published on

ເມື່ອວັນທີ 2 ພຶດສະພາ 2017 ນີ້ ຂ່າວບີບີຊີລາຍງານວ່າ ທ່ານ ໂດນັລ ທຣັມ ປະທານາທິບໍດີສະຫະລັດ ໃຫ້ສຳພາດກັບເວັບໄຊ໌ຂ່າວ ບລູມເບຣິກ ໃນໂອກາດຄົບຮອບຂຶ້ນຮັບຕຳແໜ່ງ 100 ມື້ ມີຫົວຂໍ້ເລື່ອງສະພາບເຫດການເກົາຫຼີເໜືອທີ່ກຳລັງເຄັ່ງຕຶງ ທຣັມກ່າວວ່າ ຖ້າຢູ່ໃນເງື່ອນໄຂທີ່ເໝາະສົມ ກໍ່ເປັນກຽດທີ່ຈະໄດ້ພົບປະກັບ ຄິມ ຈອໃອຶນ ຜູ້ນຳສູງສຸດເກົາຫຼີເໜືອ ຫຼັງຈາກທີ່ຫາກໍ່ໃຫ້ສຳພາດກັບສື່ຊີບີເອສ ແລະ ກ່າວຍ້ອງທ່ານ ຄິມ ຈອງອຶນວ່າ “ເປັນຄົນສະຫຼາດຫຼາຍ”

ການໃຫ້ສຳພາດມີຂຶ້ນຫຼັງຈາກທີ່ເກົາຫຼີເໜືອທົດສອບຂີປະນາວຸດລົ້ມເຫຼວຕິດຕໍ່ກັນເປັນເທື່ອທີສອງໃນຮອບ 2 ອາທິດ

ສະຖານະການໃນຄາບສະໜຸດເກົາຫຼີຕຶງຄຽດຂຶ້ນ ທັງຝ່າຍເກົາຫຼີທີ່ທົດສອບອາວຸດ ແລະ ຝ່າຍອາເມລິກາທີ່ຊ້ອມຮົບກັບເກົາຫຼີໃຕ້ ແລະ ຍີ່ປຸ່ນ ສະຫະລັດໄດ້ສົ່ງເຮືອເຂົ້າມາສູ່ພາກພື້ນ ພ້ອມກັບເລີ່ມຕິດຕັ້ງລະບົບຕ້ານຂີປະນາວຸດຊັ້ນສູງ ຫຼື ທາດ ຂະນະດຽວກັນ ໂດນັລ ທຣັມ ຍັງຫາແນວໂຮມໃນອາຊີ ໂດຍໄດ້ໂທຫາຜູ້ນຳ ຟິລິບປິນ, ໄທ ແລະ ສິງກະໂປ ໃນໄລຍະອາທິດທີ່ຜ່ານມາ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...