Homeຂ່າວຕ່າງປະເທດ"ທຣັມ" ເຄື່ອນໄຫວຕໍ່ສາຍຫາຜູ້ນຳປະເທດທີ່ເປັນຫຸ້ນສ່ວນຕ່າງໆໃນພາກພື້ນອາຊີ ຫາທາງອອກເກົາຫຼີເໜືອ

“ທຣັມ” ເຄື່ອນໄຫວຕໍ່ສາຍຫາຜູ້ນຳປະເທດທີ່ເປັນຫຸ້ນສ່ວນຕ່າງໆໃນພາກພື້ນອາຊີ ຫາທາງອອກເກົາຫຼີເໜືອ

Published on

ເມື່ອວັນທີ 30 ເມສາ 2017 ສຳນັກຂ່າວຣອຍເຕີລາຍງານວ່າ ທ່ານ ຣິນຊ໌ ພຣີບັສ ເຈົ້າໜ້າທີ່ປະຈຳທຳນຽບຂາວ ຫຼື ທຳນຽບປະທານາທິ ບໍດີສະຫະລັດອາເມລິກາ ໃຫ້ສຳພາດຕໍ່ລາຍການ “ດິສ ວິດ” ຂອງສະຖານີໂທລະພາບເອບີຊີ ລະບຸວ່າ ປະທານາທິບໍດີ ໂດນັລ ທຣັມ ໄດ້ຕໍ່ສາຍສົນທະນາກັບຜູ້ນຳສິງກະໂປ ແລະ ໄທ ໃນວັນທີ 30 ເມສາ ຕາມເວລາທ້ອງຖິ່ນສະຫະລັດ ກ່ຽວກັບໄພຄຸກຄາມເຖິງລະດັບທຳລາຍລ້າງ ແລະ ມະຫັນຕະໄພນິວເຄຣຍຈາກເກົາຫຼີເໜືອ

ທ່ານ ພຣີບັສ ກ່າວວ່າ “ເຮົາຕ້ອງການຄວາມຮ່ວມມືໃນບາງລະດັບ ຈາກປະເທດທີ່ເປັນຫຸ້ນສ່ວນຕ່າງໆໃນພາກພື້ນນີ້ໃຫ້ຫຼາຍທີ່ສຸດເທົ່າທີ່ເຮົາສາມາດຈະຫາໄດ້ ເພື່ອແນ່ໃຈວ່າເຮົາຈະເດີນໄປໃນແນວທາງດຽວກັນ” ພ້ອມທັງກ່າວເພີ່ມເຕີມອີກວ່າ ປະທານາທິບໍດີສະຫະລັດອາເມລິກາໄດ້ຕໍ່ສາຍລົມກັບທ່ານ ໂຣດຣິໂກ ຕູແຕຣເຕ ປະທານາທິບໍດີ ຟິລິປິນເມື່ອວັນທີ 29 ເມສາ 2017 ທີ່ຜ່ານມາ ນີ້ເປັນສ່ວນໜຶ່ງຂອງຄວາມພະຍາຍາມເຂົ້າເຖິງບັນດາຜູ່ນຳໃນພາກພື້ນ ໂດຍມີເປົ້າໝາຍເພື່ອ “ທຸກຄົນຢູ່ແນວດຽວກັນໃນການສະໜັບສະໜູນແຜນປະຕິບັດການ” ຂອງສະຫະລັດອາເມລິກາ ໃນກໍລະນີທີ່ສະຖານະການເກົາຫຼີເໜືອເສື່ອມອຳນາດລົງ

ທ່ານ ພຣີບັສ ກ່າວອີກວ່າ ປະທານາທິບໍດີ ໂດນັລ ທຣັມ ຍັງຕິດຕໍ່ກັບທ່ານ ຊິນໂຊະ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນຢ່າງສະໝ່ຳສະເໝີ ແລະ ນັບມື້ນັບໃກຊິດກັບ ປະທານາທິບໍດີ ສີ ຈິ້ນ ຜິງ ຂອງຈີນຫຼາຍຂຶ້ນ ພ້ອມກັບລະບຸວ່າ ສິ່ງທີ່ປະເທດ ແລະ ພາກພື້ນນີ້ກຳລັງພົບຢູ່ໃນຕອນີ້ ບໍ່ມີຫຍັງໃຫຍ່ໄປກວ່າສິ່ງທີ່ກຳລັງດຳເນີນໄປຢູ່ໃນເກົາຫຼີເໜືອອີກແລ້ວ ໃນເວລານີ້ກຳລັງມີຄວາມເປັນໄປໄດ້ທີ່ຈະເກີດນິວເຄຣຍທຳລາຍລ້າງຂະໜາດໃຫຍ່ຂຶ້ນໃນອາຊີ ຮວມທັງຕໍ່ສະຫະລັດອາເມລິກາໃນທີ່ສຸດ ເຮັດໃຫ້ປະທານາທິບໍດີ ໂດນັລ ທຣັມ ຫາເຫດຜົນທີ່ຈຳເປັນຕ້ອງຫາລືເລື່ອງດັ່ງກ່າວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...