Homeສຸຂະພາບ ແລະ ສີ່ງແວດລ້ອມ7 ເມນູ ບັນເທົາອາການ​ໄຂ້​ຫວັດ​

7 ເມນູ ບັນເທົາອາການ​ໄຂ້​ຫວັດ​

Published on

 

ເມື່ອ​ເລີ່ມ​ເຂົ້າ​ສູ້​ໜ້າ​ຝົນ ສຳລັບ​ຄົນທີ່​ຮ່າງກາຍ​ບໍ່​ຄ່ອຍ​ແຂງ​ແຮງ​ ຫລື ​ພັກ​ຜ່ອນ​ບໍ່​ພຽງ​ພໍ​ກໍ​ຄົງ​ມີ​ອາການ​ເປັນ​ຫວັດ​ກັນ​ເປັນ​ທຳ​ມະດາ ມື້​ນີ້້​ເຮົາ​ຈຶ່ງ​ຂໍ​ແນະ​ນຳ 7 ເມ​ນູ​ເດັດ​ທີ່​ຊ່ວຍ​ບັນເທົາອາການ​ໄຂ້​ຫວັດ​ ມາຝາກກັນເລີ່ມຈາກ

177239

 

  1. ນ້ຳ​ຜັກ​ ແລະ ໝາກໄມ້​ສົດ ອຸດົມ​ໄປ​ດ້ວຍ​ສານ​ຕໍ່​ຕ້າ​ນອະນຸ​ມູນ​ອິດສະລະ​ທັງ ວິ​ຕາ​ມິນ​ເອ ວິ​ຕາ​ມິນ​ຊີ ວິ​ຕາ​ມິນ​ອີ ປ້ອງ​ກັນ​ການ​ຕິດ​ເຊື້ອ ແລະ​ ຊ່ວຍ​ກຳຈັດ​ສິ່ງ​ແປກປອມ​ໄດ້​ເປັນ​ຢ່າງດີ

ซุปไก่ตุ๋นโสมเกาหลี

2. ແກງໄກ່ ເພາະ​ມີ​ສານ ນິວ​ໂຊ​ຟິນ ມີ​ລິດ​ຢັບ​ຢັ້ງ​ການ​ເຄື່ອນ​ທີ່​ຂອງ​ເມັດ​ເລືອດ​ຂາວ ຈຶ່ງ​ຊ່ວຍ​ຢັບ​ຢັ້ງ​ການ​ອັກ​ເສບ​ໃນ​ປອດ ຊ່ວຍ​ລຸດ​ອາການ​ໄອໄດ້

177242

 

 

3.ຊາ​ຮ້ອນ ດ້ວຍ​ສານ​ໂພ​ລິ​ຟີນ​ນໍ ​ທີ່​ພົບ​ໃນ​ຊາ​ຮ້ອນ​ທຸກ​ຈອກ ຊຶ່ງ​ຊ່ວຍ​ລຸດ​ອາການ​ຕິດ​ເຊື້ອ ຫາຍ​ໃຈ​ສະ​ດວກ

177244

 

4.ກະທຽມ  ນຳ​ເອົາກະ​ທຽມ 1ກີບ​ນ້ອຍ​ມາ​ຊອນ​ເປັນ​ຕ່ອນ​ບາງໆ ແລ້ວ​ໃຊ້​ບີ້​ບີ້​ໃຫ້​ແຕກ ຕື່ມ​ນ້ຳ​ຮ້ອນ​ລົງ​ໄປ 1ຈອກ ພ້ອມ​ນ້ຳ​ໝາກ​ນາວ​ອີກ​ໜ້ອຍໜື່ງ ດື່ມ​ມື້​ລະ 2ຈອກ ພຽງ​ເທົ່າ​ນີ້​ອາການ​ຫວັດ​ກໍ​ຈະ​ບັນເທົາລົງ

                                                                               images

5. ໂຍເກິດ ຊ່ວຍ​ເພີ່ມ​ລະ​ດັບ​ການເຮັດວຽກງານ​ຂອງ​ເມັດ​ເລືອດ​ຂາວ ແລະ ​ການ​ຮັບປະທານ​ຢ່າງ​ຕໍ່​ເນື່ອງ ຈະ​ຊ່ວຍ​ລຸດ​ອາການ​ຈາກ​ຫວັດ​ ແລະ ​ພູ​ມ​ແພ້​ໄດ້​ອີກ​ດ້ວຍ

177248

6. ນ້ຳ​ຂິງ ມີລິດ​ຊ່ວຍ​ຂັບ​ເຫື່ອ ແກ້​ຫວັດ​ເຢັນ (ຮູ້ສຶກ​ໜາວ, ມີ​ໄຂ້​ຕ່ຳ, ບໍ່​ຄ່ອຍ​ມີ​ເຫື່ອ​ອອກ) ແລະ​ ຍັງ​ຊ່ວຍ​ບັນ​ເທົາ​ອາການ​ເຈັບ​ທ້ອງ, ​ອືດທ້ອງ

177250

  1. ອາຫານ​ເຜັດຮ້ອນ ອາຫານ ທີ່​ຊ່ວຍ​ໃຫ້​ດັງ​ໂລ່ງ ເຊົາຄັດ​ດັງ ກໍ່ຄື​ອາຫານ​ລົດ​ເຜັດ​ຮ້ອນ​ທີ່​ມີ​ໝາກເຜັດເປັນ​ສ່ວນ​ປະກອບ ບໍ່​ວ່າ​ຈະ​ເປັນ ໝາກເຜັດຂີ້​ໜູ, ໝາກເຜັດ​ຊີ້​ຟ້າ,ໝາກເຜັດ​ແຫ້ງ ລວມ​ໄປ​ເຖິງ​ພິກ​ໄທ ແລະ ​ສະ​ໝຸນ​ໄພ​ລົດ​ເຜັດ​ຮ້ອນ​ອື່ນໆ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...