spot_img
Homeຂ່າວຕ່າງປະເທດສະຫະລັດເຄື່ອນອຸປະກອນຕິດຕັ້ງ ລະບົບຕໍ່ຕ້ານຂີປະນາວຸດຂັ້ນສູງ ເຂົ້າເກົາຫຼີໃຕ້ແລ້ວ

ສະຫະລັດເຄື່ອນອຸປະກອນຕິດຕັ້ງ ລະບົບຕໍ່ຕ້ານຂີປະນາວຸດຂັ້ນສູງ ເຂົ້າເກົາຫຼີໃຕ້ແລ້ວ

Published on

ເອເອຟພີລາຍງານເມື່ອວັນທີ 26 ເມສາ 2017 ຜ່ານມາວ່າ ກອງກຳລັງທະຫານອາເມລິກາ ເລີ່ມເຄື່ອນຍ້າຍອຸປະກອນຕິດຕັ້ງລະບົບຕໍ່ຕ້ານຂີປະນາວຸດຊັ້ນສູງ ຫຼື THAAD (ທາດ) ເຂົ້າສູ່ຖານທີ່ຕັ້ງໃນເກົາຫຼີໃຕ້ແລ້ວເມືອງຊອງຈູ ທາງພາກໃຕ້ ເພື່ອຮັບມືກັບໄພຄຸກຄາມຂອງເກົາຫຼີເໜືອ ແມ່ນວ່າການຕິດຕັ້ງຄັ້ງນີ້ຈະເຮັດໃຫ້ຈີນ ບໍ່ພໍໃຈຫຼາຍ ແລະພະຍາຍາມຄັດຄ້ານມາໂດຍຕະຫຼອດ ວ່າຈະກະທົບຕໍ່ສະຖຽນລະພາບ ແລະຄວາມໝັ້ນຄົງຂອງຈີນ

ອາເມລິກາ ແລະເກົາຫຼີໃຕ້ ຕົກລົງທີ່ຈະເຄື່ອນຍ້າຍທາດເມື່ອປີກາຍ ຈຸດກະແສໃຫ້ເກີດຄວາມຄິດເຫັນທີ່ແຕກຕ່າງກັນໃນໝູ່ເກົາຫຼີໃຕ້ ມີຄົນເຫັນພ້ອມ ແລະອອກມາປະທ້ວງ ໂດຍສະເພາະຊາວບ້ານທີ່ຢູ່ໃກ້ຖານຕິດຕັ້ງພາກັນປະທ້ວງ ແລະປະທະກັບຕຳຫຼວດ ຈົນມີຜູ້ບາດເຈັບຫຼາຍກວ່າ 10 ຄົນ

ທາງການເກົາຫຼີໃຕ້ເວົ້າວ່າ ຈະເລັ່ງສ້າງສັກກະຍາພາບຂອງທາດໂດຍໄວທີສຸດ ຕັ້ງເປົ້າວ່າ ຈະຕິດຕັ້ງແບັດເຕີຣີ່ຮູບແບບໄດ້ພາຍໃນທ້າຍປີນີ້

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...