Homeຂ່າວຕ່າງປະເທດຈີນ ເປີດໃຫ້ເຂົ້າຊົມຕຶກ "ຊ່ຽງໄຮ້ ທາວເວີ" ທີ່ສູງທີ່ສຸດໃນຈີນ

ຈີນ ເປີດໃຫ້ເຂົ້າຊົມຕຶກ “ຊ່ຽງໄຮ້ ທາວເວີ” ທີ່ສູງທີ່ສຸດໃນຈີນ

Published on

ສຳນັກຂ່າວປະເທດຈີນລາຍງານເມື່ອວັນທີ 26 ເມສາ 2017 ຜ່ານມາວ່າ “ຊ່ຽງໄອ້ ທາວເວີ” ຫຼືຊັ່ງໄຫ່ ຈົງຊິນ ຕັ້ງຢູ່ແຖວລູ່ຈະຍາຈຸ່ຍ ເຂດຜູ່ຕົງ ນະຄອນຊຽງໄຮ້ ຕຶກທີ່ສູງເຖິງ 632 ແມັດ ເຊິ່ງເປັນຕຶກທີ່ສູງທີ່ສຸດໃນຈີນ ໄດ້ເປີດຊັ້ນ 118 ຂອງຕຶກ ເຊິ່ງເປັນຊັ້ນຊົມວິວ ໃຫ້ປະຊາຊົນ ແລະນັກທ່ອງທ່ຽວ ເຂົ້າຊົມວິວທິວທັດຮອບຕຶກ

ຕຶຶກນີ້ມີທັງໝົດ 126 ຊັ້ນ ແບ່ງເປັນທັງໝົດ 19 ໂຊນ ມີລິບບໍລິການຈາກຂັ້ນໃຕ້ດິນ ສູ່ຊັ້ນຊົມວິວໃນເວລາພຽງ 55 ວິນາທີເທົ່ານັ້ນ ເຊິ່ງຈຸດຊົມວິວທີ່ເປີດໃຫ້ເຂົ້າຊົມ ປະກອບດ້ວຍຮ້ານຈຳໜ່າຍສິນຄ້າທີ່ລະນຶກ ແລະຮູບຖ່າຍອາຄານສູງ ທີ່ມີຊື່ສຽງໂດ່ງດັງທົ່ວໂລກ

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...