spot_img
Homeຂ່າວຕ່າງປະເທດເກົາຫຼີໃຕ້-ອາເມລິກາ ຮ່ວມກັນຊ້ອມຮົບຄັ້ງຍິ່ງໃຫຍ່

ເກົາຫຼີໃຕ້-ອາເມລິກາ ຮ່ວມກັນຊ້ອມຮົບຄັ້ງຍິ່ງໃຫຍ່

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 26 ເມສາ 2017 ຜ່ານມາວ່າ ກອງທັບເກົາຫຼີໃຕ້ ແລະສະຫະລັດອາເມລິກາ ໄດ້ຊ້ອມຮົບຮ່ວມກັນຢູ່ທີ່ສະໜາມຮົບຊືງຈິນ ໃນເມືອງໂປຊອນ ຫ່າງຈາກກູງໂຊນ ເມືອງຫຼວງຂອງເກົາຫຼີໃຕ້ໄປທາງພາກຕາເວັນອອກສ່ຽງເໜືອ

ຊ້ອມຮົບທາງທະເລ ນອກຊາຍຝັ່ງຂອງເກົາຫຼີໃຕ້ ທີ່ນຳໂດຍເຮືອບັນທຸກຍົນຢູເອສເອສ ຄາ ວິນສັນ ຂອງກອງທັບສະຫະລັດ ຫຼັງປະມານ 80 ກິໂລແມັດ, ສຳລັບອາວຸດ ທີ່ກອງທັບເຮືອທັງສອງຊາດຂົນມາໃຂ້ຮ່ວມກັນໃນການຊ້ອມຮົບຄັ້ງນີ້ມີ ເຮລິຄອບເຕີ, ລົດຖັງ, ຍົນຕໍ່ສູ້ ແລະອາວຸດປືນຊະນິດຕ່າງໆ

ນອກຈາກນີ້ ຍັງມີການຊ້ອມຮົບທາງທະເລ ນອກຊາຍຝັ່ງຂອງເກົາຫຼີໃຕ້ ທີ່ນຳໂດຍເຮືອບບັນທຸກຍົນຮົບຢູເອສເອສ ຄາ ວິນສັນ ຂອງກອງທັບສະຫະລັດ, ຫຼັງຈາກທີ່ວັນທີ 25 ເມສາ 2017 ເຮືອດຳນໍ້າ ຢູເອສເອສ ມິຊິແກນ ໜຶ່ງໃນເຮືອດຳນໍ້າຂະໜາດໃຫຍ່ທີ່ສຸດ ເຊິ່ງຂັບເຄື່ອນດ້ວຍພະລັງງານນິວເຄຣຍຂອງສະຫະລັດ ມາຈອດທຽບທ່າຢູ່ເມືອງປູຊານ ທາງພາກໃຕ້ຂອງເກົາຫຼີໃຕ້

ການຊ້ອມຮົບດ້ວຍອາວຸດຂອງກອງທັບສະຫະລັດ ແລະເກົາຫຼີໃຕ້ຄັ້ງນີ້ ໃກ້ກັບຊາຍແດນຂອງເກົາຫຼີເໜືອ ເຊິ່ງຖືວ່າເປັນການອວດແສນຍານຸພາບທາງທະຫານຂອງສອງປະເທດ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...