spot_img
Homeຂ່າວຕ່າງປະເທດຈີນ ຜະລິດເຮືອບັນທຸກຍົນຮົບເອງເປັນຄັ້ງທຳອິດ

ຈີນ ຜະລິດເຮືອບັນທຸກຍົນຮົບເອງເປັນຄັ້ງທຳອິດ

Published on

ເອເອຟພີລາຍງານ ເມື່ອວັນທີ 26 ເມສາ 2017 ວ່າ ຈີນເລີ່ມເດີນເຮືອບັນທຸກຍົນຮົບທີ່ອອກແບບ ແລະຜະລິດໄດ້ເອງໃນປະເທດເປັນຄັ້ງທຳອິດ ເພື່ອປ່ຽນຜ່ານກອງທັບເຮືອສູ່ກອງກຳລັງທີ່ມີສັກກະຍາພາບໃນການປົກປ້ອງພື້ນທີ່ທາງທະເລ

ເຮືອລຳນີ້ ເປັນເຮືອຊະນິດ 001A ຂົນສົ່ງຈາກບ່ອນເກັບເຮືອ ປ່ອຍສູ່ນ່ານນໍ້າ ທີ່ທ່າເຮືອຕ້າຫຼຽນ ທາງຕາເວັນອອກສຽງເໜືອຂອງປະເທດ ເຮືອສາມາດບັນຈຸໄດ້ 50,000 ໂຕນ ໃຊ້ການຂັບເຄື່ອນທຳມະດາຫຼາຍກວ່າການໃຊ້ພະລັງງານນິວເຄຣຍ ຄາດວ່າຈະສາມາດບັນທຸກເຮືອຮົບເຈ -15 ຄູ່ກັບຍົນລໍາອື່່ນໆ

ຈີນມີນະໂຍບາຍ ກອງທັບເຮືອໃຫ້ມີຄວາມທັນສະໄໝ ປະເທດຂະຫຍາຍອຳນາດທາງທະຫານຢ່າງວ່ອງໄວ ລວມເຖິງສັກກະຍາພາບດ້ານການປ້ອງກັນທາງທະເລ ກອງທັບເຮືອນໍ້າທີ່ໃຊ້ໂຈມຕີ ລະບົບຕໍ່ຕ້ານເທິງເຮືອຮົບຂັ້ນສູງສະໄໝໃໝ່ ເຊິ່ງປ້ອງກັນເຮືອສັດຕູເຂົ້າໃກ້ຊາຍຝັ່ງ

ທ່ານ ສີຈິ້ນຜິງ ປະທານາທິບໍດີໄດ້ເວົ້າວ່າ ທັງໝົດຕ້ອງເຮັດໃຫ້ສຳເລັດເພື່ອພັດທະນາ ສັກກະຍາພາບການສູ້ຮົບຂອງປະເທດ ຈີນຈຶ່ງຈະສູ້ຮົບຊະນະໄດ້ ນັກວິເຄາະມອງວ່າ ການປ່ອຍເຮືອບັນທຸກ ເຄື່ອງບິນດັ່ງກ່າວເປັນເຫດການເຊີງສັນຍະລັກ ໃນພູມິພາກທີ່ມີການທ້າທາຍ ແຕ່ເປັນໄພຄຸກຄາມພຽງເລັກໜ້ອຍຕໍ່ເຮືອບັນທຸກເຄື່ອງບິນສະຫະລັດທີ່ກ້າວໜ້າກວ່າ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...