spot_img
Homeຂ່າວເຫດການແຈ້ງເຕືອນ ພາຍຸລະດູຮ້ອນ ໃນໄລຍະວັນທີ 27 - 29 ເມສາ 2017

ແຈ້ງເຕືອນ ພາຍຸລະດູຮ້ອນ ໃນໄລຍະວັນທີ 27 – 29 ເມສາ 2017

Published on

ກົມອຸຕຸນິຍົມ ແລະອຸທົກກະສາດ ໄດ້ເຕືອນໄພພາຍຸລະດູຮ້ອນ ໃນວັນທີ 27- 29 ເມສາ 2017 ກະແສລົມພາຍຸລະດູຮ້ອນເກີດຂຶ້ນຢູ່ບາງທ້ອງຖິ່ນ ໃນແຕ່ລະພາກໃນໄລຍະດັ່ງກ່າວ ດັ່ງນີ້:

  • ໄລຍະວັນທີ 27 ເມສາ 2017 ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງຫົວພັນ, ຊຽງຂວາງ, ວຽງຈັນ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ​ບໍລິຄຳໄຊ, ຄຳມ່ວນ ແລະສະຫວັນນະເຂດ
  • ໄລຍະວັນທີ 28-29 ເມສາ 2017 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ລົມພັດແຮງຢູ່ບາງທ້ອງຖິ່ນເຊັ່ນ: ແຂວງຫຼວງພະບາງ, ໄຊຍະບູລີ,​ ບໍ່ແກ້ວ, ວຽງຈັນ, ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະອັດຕະປື

ດັ່ງນັ້ນ ຈຶ່ງຂໍແຈ້ງເຕືອນ ມາຍັງພໍ່ແມ່ປະຊາຊົນ ອຳນາດການປົກຄອງ ແລະອົງການຈັດຕັ້ງທຸກພາກສ່ວນ ທີ່ອາໄສຢູ່ແຂວງດັ່ງກ່າວ ຈົ່ງມີສະຕິລະວັງຕົວ ຮັບມືກັບພາຍຸດັ່ງກ່າວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...