spot_img
Homeຂ່າວທ້ອງຖິ່ນປີນີ້ ເມືອງສີໂຄດຕະບອງ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 47 ຕື້ກວ່າກີບ

ປີນີ້ ເມືອງສີໂຄດຕະບອງ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 47 ຕື້ກວ່າກີບ

Published on

ທ່ານ ຄຳຕາ ອໍລະດົມ ຫົວໜ້າຫ້ອງການ-ການເງິນ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ​ເພື່ອ​ຢາກ​ເກັບ​ລາຍ​ຮັບ ​ໃຫ້​ໄດ້​ຕາມ​ຄາດໝາຍ​ສູ້​ຊົນ ດັ່ງ​ທີ່​ກ່າວ​ມາ​​ນັ້ນ ພວກ​ເຮົາໄດ້ວາງ 8 ມາດຕະການ ຄື ເພີ່ມທະວີການນໍາພາ ຂອງຄະນະພັກທຸກຂັ້ນ, ສະມາຊິກພັກ ທຸກສະຫາຍ, ພະນັກງານທຸກຄົນ ຍົກສູງຕໍ່ການຮັບຜິດຊອບ ການເກັບລາຍຮັບທີ່ນະຄອນຫລວງ ມອບໝາຍໃຫ້; ສືບຕໍ່ເຜີຍແຜ່ບັນດາກົດໝາຍ, ນິຕິກໍາຕ່າງໆ ໃຫ້ພະນັກງານລັດຖະກອນ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ພໍ່ແມ່ປະຊາຊົນຕື່ນຕົວ ເປັນເຈົ້າການປະຕິບັດ ພັນທະຂອງຕົນ ໃຫ້ຖືກຕ້ອງຄົບຖ້ວນ ແລະ ທັນເວລາ; ສືບຕໍ່ເກັບກູ້ໜີ້ສິນຄ້າງ ມອບອາກອນ ແລະ ຊັບສິນຂອງລັດ ນຳໃຊ້ມາດຕະການ ຢ່າງເຄັ່ງຄັດ ຕໍ່ຜູ້ທີ່ຝ່າຝືນ ລະບຽບກົດໝາຍ; ສົມທົບກັບຫ້ອງການຊັບສິນ ນະຄອນຫລວງ, ຂະແໜງການທີ່ກ່ຽວຂ້ອງ, ປັບປຸງລາຍຮັບ ຈາກການຂຸດຄົ້ນ ຊັບພະຍາກອນທຳມະຊາດ ດິນດຳ-ດິນແດງ, ຫີນ-ຊາຍ, ຫີນດານ ໃຫ້ສົມເຫດສົມຜົນຖືກຕ້ອງຕາມຄວາມເປັນຈິງ;  ສົມທົບກັບພະແນກ ສ່ວຍສາອາກອນ ເພື່ອປຸກລະດົມໃຫ້ນັກທຸລະກິດ ທີ່ມີລາຍຮັບແຕ່ 400 ລ້ານຕໍ່ປີ ເຂົ້າສູ່ລະບົບອາກອນ ມູນຄ່າເພີ່ມ (ອບພ), ນໍາໃຊ້ໃບເກັບເງິນຖືບັນຊີ ຢ່າງຖືກຕ້ອງ ກ້າວໄປນໍາໃຊ້້ເຄື່ອງ ເອເລັກໂຕຣນິກ ທີ່ທັນສະໄໝ ໃນບັນດາຫົວໜ່ວຍທຸລະກິດຕ່າງໆ; ກວດກາການເກັບລາຍຮັບຈາກທີ່ດິນ, ຈັດຕັ້ງແກ້ໄຂ ສະພາບ ການສ້າງບົດສະຫລຸບ ລາຍງານການເງິນ ແບບຫລຸບທຶນ, ປິດບັງ, ປອມແປງ, ຊຸກເຊື່ອງ, ໃຫ້ສາມາດເກັບລາຍຮັບ ຕາມຄວາມເປັນຈິງ; ສືບຕໍ່ປັບປຸງລະບົບ ການຄຸ້ມຄອງນຳເຄື່ອງ ມືທັນສະໄໝ ເຂົ້າໃນການຄຸ້ມຄອງເກັບລາຍຮັບ ໂດຍໃຫ້ຂະແໜງການສາຍຕັ້ງ ສະໜັບສະໜູນ ດ້ານງົບປະມານ ແລະ ວິຊາການ; ຫັນບັນດາທຸລະກິດ ທີ່ມີເງື່ອນໄຂ ໃຫ້ມາຖືບັນຊີເຂົ້າສູ່ລະບົບ ອາກອນມູນຄ່າເພີ່ມ, ນຳໃຊ້ໃບບິນ ແລະ ຫັນເປັນທັນສະໄໝ.

​ໃນສົກ 2015-2016 ຜ່ານມາ ຫ້ອງການ-ການເງິນເມືອງສີໂຄດຕະບອງ ສາມາດຈັດເກັບລາຍຮັບ ເຂົ້າງົບປະມານໄດ້ທັງໝົດ 40.990.693.089 ກີບ, ເທົ່າກັບ 85,24% ທຽບໃສ່ແຜນການປີ, ຖ້າທຽບໃສ່ການ ຈັດຕັ້ງປະຕິບັດ ຂອງສົກປີຜ່ານມາເທົ່າກັບ 103,92%, ເພີ່ມຂຶ້ນ 3,9% (1.545.890.861 ກີບ). ຜ່ານການຕີລາຄາ ໂດຍລວມແລ້ວ ບໍ່ສາມາດເກັບລາຍຮັບ ບັນລຸຕາມແຜນການທີ່ວາງໄວ້ ເນື່ອງຈາກວ່າ ການດັດແກ້ຖານອາກອນ ປະຕິບັດບໍ່ສຳເລັດ, ບໍ່ໄດ້ຕາມຄາດໝາຍ, ມີຄວາມຊັກຊ້າແກ່ຍາວ, ບໍ່ໄປຕາມເວລາກຳນົດ, ຫົວໜ່ວຍທຸລະກິດຈຳນວນໜຶ່ງ ຍັງບໍ່ທັນຕື່ນຕົວ ແລະ ອື່ນໆ

ເພື່ອໃຫ້ບັນລຸຕາມແຜນການ ການຈັດເກັບລາຍຮັບ ເຂົ້າງົບປະມານ ໃນປີ 2017 ທີ່ນະຄອນຫລວງ ມອບໝາຍໃຫ້ຕ້ອງສູ້ຊົນເກັບລາຍຮັບ ໃຫ້ໄດ້ທັງໝົດ 47.908.000.000 ກີບ, ເພີ່ມຂຶ້ນ 16,87%, ໃນນັ້ນສ່ວຍສາອາກອນ 47.488.000.000 ກີບ ເພີ່ມຂຶ້ນ 17,57%, ຊັບສິນຂອງລັດ 420.000.000 ກີບ ຫລຸດລົງຈາກປີຜ່ານມາ 30% ເພື່ອໃຫ້ບັນລຸຄາດໝາຍທີ່ວາງໄວ້ ທາງເມືອງສີໂຄດຕະບອງ ຈຶ່ງໄດ້ວາງທິດທາງແຜນການ ແລະ ວາງມາດຕະການ ໃນການຈັດຕັ້ງປະຕິບັດ ບົນຈິດໃຈບຸກທະລຸທາງດ້ານລາຍຮັບ ເພື່ອຕອບສະໜອງລາຍຈ່າຍ ບົນພື້ນຖານໃນການປະຕິບັດ ລາຍຮັບງົບປະມານ, ໃຫ້ບ້ານ ແລະ ຂະແໜງການຕ່າງໆ ມີສ່ວນຮ່ວມຫລາຍຂຶ້ນ ຕາມທິດຫັນວຽກຫັນຄົນ ລົງສູ່ບ້ານ ໃຫ້ຫລາຍຂຶ້ນ ຕາມທິດວຽກງານສາມສ້າງ

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...