spot_img
Homeຂ່າວຕ່າງປະເທດເດັກນ້ອຍຖືກແມ່ຝັງທັງເປັນ ດົນເຖິງ 3 ວັນ

ເດັກນ້ອຍຖືກແມ່ຝັງທັງເປັນ ດົນເຖິງ 3 ວັນ

Published on

ເວັບໄຊ໌ຂ່າວ ເດລີ່ເມວ ຂອງອັງກິດລາຍງານເມື່ອວັນທີ 25 ເມສາ 2017 ຜ່ານມາວ່າ ແມ່ຍິງຄົນອັບຟະລິກາໃຕ້ ອາຍຸ 25 ປີຄົນໜຶ່ງ ຢ້ານພໍ່ແມ່ຈະຮູ້ວ່າຕົວເອງມີລູກ ຈຶ່ງໄດ້ເອົາລູກຊາຍທີ່ຫາກໍ່ເກີດ ໄປຝັງທັງເປັນໄວ້ໃນຂຸມຝັງສົບ ໃກ້ກັບໂຮງງານແຫ່ງໜຶ່ງດ້ວຍມືຂອງຕົວເອງ, ແຕ່ຖືວ່າໂຊກຂອງເດັກນ້ອຍຍັງມີ ຜ່ານໄປ 3 ວັນ ເດັກນ້ອຍທີ່ໜ້າສົງສານຄົນດັ່ງກ່າວ ຍັງມີຊີວິດລອດ ສົ່ງສຽງຮ້ອງໄຫ້ ຈົນມີຄົນໄດ້ຍິນສຽງ ແລະຊ່ວຍເຫຼືອອອກມາໄດ້ ພ້ອມທັງຖືກນຳຕົວສົ່ງໄປໂຮງໝໍ

ເຫດການດັ່ງກ່າວ ເກີດຂຶ້ນທີ່ເມືອງ KwaZulu-Natal ທາງພາກຕາເວັນອອກຂອງປະເທດອັບຟະລິກາໃຕ້ ເຊິ່ງຍັງບໍ່ມີລາຍງານວ່າ ແມ່ຂອງເດັກນ້ອຍຈະໄດ້ຮັບການລົງໂທດແນວໃດ ຫຼືມີໂອກາດ ຈະໄດ້ຮັບລູກໄປລ້ຽງ ຫຼືບໍ່

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...