spot_img
Homeນານາສາລະບໍ່ຄວນນອນ ໃນເວລາທີ່ຜົມທ່ານຍັງປຽກ

ບໍ່ຄວນນອນ ໃນເວລາທີ່ຜົມທ່ານຍັງປຽກ

Published on

ທ່ານຜູ້ອ່ານທັງຫຼາຍ ເຄີຍນອນໃນຂະນະທີ່ຜົມປຽກ ຫຼືບໍ່? ເຊິ່ງຖ້າທ່ານເຄີຍເຮັດ ກໍຄວນປ່ຽນພຶດຕິກຳ ເພາະການນອນຫລັງຈາກອາບນໍ້າ ແລະຜົມຍັງປຽກຢູ່ນັ້ນ ຈະເຮັດໜັງຫົວຂອງທ່ານອັກເສບ ແລະເຮັດໃຫ້ເກີດອາການຄັນໄດ້

  1. ເຈັບຫົວ: ການນອນທັງທີ່ຜົມຕົວເອງປຽກ ສາມາດເຮັດໃຫ້ເຈັບຫົວໄດ້ ເພາະເວລາເຮົານອນຫຼັບ ອຸນຫະພູມໃນຮ່າງກາຍຈະເພີ່ມຂຶ້ນ ເຮັດໃຫ້ຄວາມປຽກຊື່ນ ຢູ່ເທິງໜັງຫົວ ຈະເຮັດໃຫ້ເກີດອາການເຈັບຫົວຮຸນແຮງຂຶ້ນໄດ້
  2. ເສັ້ນຜົມແຕກປາຍ: ການນອນຂະນະທີ່ຜົມປຽກ ຈະເຮັດໃຫ້ຜົມທ່ານແຕກາຍໄດ້ຫຼາຍທີ່ສຸດ
  3. ຜົມໜຽວພັນກັນ: ຖ້າທ່ານຕັດສິນໃຈຈະນອນທັງໆທີ່ຜົມປຽກ ຈະເຮັດໃຫ້ຜົມທ່ານໜຽວ ແລະພັນກັນໃນຕອນເຊົ້າ ໂດຍສະເພາະແມ່ນຄົນທີ່ມີຜົມຍາວ
  4. ການຕິດເຊື້ອ: ໝອນເປັນທີ່ຢູ່ອາໄສຂອງເຊື້ອແບັດທີເລຍ ເພາະໝອນຈະດູດຊັບເອົາເຫື່ອ ແລະນໍ້າຈາກຫົວຂອງທ່ານ ລວມເຖິງເຊວຜິວທີ່ຕາຍ ແລະຜົມປຽກຈະເຮັດໝອນກາຍເປັນບ່ອນເພາະເຊື້ອຂອງແບັກທີເລຍ
  5. ອາການຄັນ: ການນອນໃນຂະນະທີ່ຜົມປຽກ ຈະເຮັດໃຫ້ເກີດອາການຄັນ
  6. ອາການປວດກ້າມເນື້ອ: ການປ່ຽນແປງຂອງອຸນຫະພູມຢ່າງກະທັນຫັນ ຈະເຮັດໃຫ້ເກີດອາການເຈັບກ້າມເນື້ອ
  7. ເກີດລັງແຄໄດ້ງ່າຍ: ໜັງຫົວຂອງທ່ານປຽກ ຈະເກີດການລົບກວນໃນການເຮັດວຽກຂອງຕ່ອມໄຂມັນທີ່ຢູ່ເທິງໜັງຫົວ ເຮັດໃຫ້ເກີດການຜະລິດນໍ້າມັນຫຼາຍເກີນໄປ ແລະຈະໄປທຳລາຍຄວາມສົມດູນຂອງໜັງຫົວ ສຸດທ້າຍກໍຈະເຮັດໃຫ້ເກີດລັງແຄ ຫຼືເຮັດໃຫ້ໜັງຫົວມັນຫຼາຍຈົນເກີນໄປ

ດັ່ງນັ້ນ ຖ້າທ່ານຢາກຫ່າງໄກຈາກບັນຫາຕ່າງໆທີ່ກ່າວມານັ້ນ ຄວນຫຼີກລຽງການນອນໃນຂະນະທີ່ຜົມປຽກ ຄວນເຊັດຜົມໃຫ້ແຫ້ງກ່ອນນອນທຸກຄັ້ງ ຫຼືຄວນສະຜົມເວລາຕອນສວາຍ ເຊິ່ງມັນດີຕໍ່ສຸຂະພາບໂດຍລວມຂອງທ່ານ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...