spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມເຫງົານອນເລື່ອຍໆສ່ຽງເປັນ 6 ໂຣກຮ້າຍທີ່ເຮົາອາດຈະບໍ່ຮູ້ຕົວ

ເຫງົານອນເລື່ອຍໆສ່ຽງເປັນ 6 ໂຣກຮ້າຍທີ່ເຮົາອາດຈະບໍ່ຮູ້ຕົວ

Published on

ຫຼາຍໆຄົນ ໂດຍສະເພາະພະນັກງານຫ້ອງການ ເມື່ອຮອດຕອນສວາຍໜັງກິນເຂົ້າສວາຍອື່ມໜັງຕາກໍ່ເລີ່ມໜັກ ເກີດອາການຢາກນອນຫຼັບພັກຜ່ອນສາຍຕາຂຶ້ນມາທັນທີ ໃນຄໍລຳ ສຸຂະພາບ ກັບ ລາວໂພສຕ໌ ມື້ນີ້ແອັດມິນຈະພາທຸກຄົນມາກວດເບິ່ງຮູ້ຈັກໄປພ້ອມໆກັນວ່າ ອາການຫາວນອນ, ເຫງົານອນທີ່ເຮົາເປັນກັນຢູ່ປະຈຳນີ້ມັນຈະສົ່ງຜົນໃຫ້ຮ່າງກາຍຂອງເຮົາສ່ຽງເປັນໂຣກໃດແນ່ ຖ້າຢາກຮູ້ເຮົາມາອ່ານພ້ອມກັນເລີຍ.

1. ໂຣກນອນບໍ່ຫຼັບ
ກໍ່ຍ້ອນນອນບໍ່ຫຼັບນອນບໍ່ພໍ ໂດຍສະເພາະຄົນທີ່ຄິດເລື່ອງວຽກຫຼາຍ, ຄົນມັກນອນເດິກ ຫຼື ຄົນທ່ຽວເດິກ ມັກຈະມີອາການນີ້.

 2. ໂຣກຮ່າງກາຍອ່ອນເພຍ
ໂຣກນີ້ມີຜົນຕໍ່ເນື່ອງມາຈາກໂຣກນອນບໍ່ຫຼັບ ເມື່ອຄົນທີ່ມີອາການນອນບໍ່ຫຼັບຕິດຕໍ່ກັນຫຼາຍຄືນກໍ່ຈະເຮັດໃຫ້ຮ່າງກາຍອ່ອນເພຍ ແລະ ຕ້ອງການການພັກຜ່ອນ ນອກຈາກນີ້ຍັງອາດມີສາເຫດອື່ນເນື່ອງຈາກການທີ່ທ່ານກິນອາຫານປະເພດແປ້ງ ແລະ ນ້ຳຕານຫຼາຍຈົນເກີນ ຈົນສົ່ງຜົນໃຫ້ຮ່າງກາຍຂອງທ່ານເກີດມີອາການອ່ອນເພຍ, ເມື່ອຍ, ຄວາມຈຳບໍ່ດີປານໃດ, ປວດຫົວ ແລະ ນອນຫຼັບບໍ່ສະໜິດດີ.

 3. ໂຣກເບົາຫວານ

ເນື່ອງຈາກເລືອກມີປະລິມານນ້ຳຕານສູງ ແລະ ອາການມັກເຫງົານອນນີ້ເປັນສັນຍານທຳອິດທີ່ສະແດງ ຫຼື ເຕືອນໃຫ້ທ່ານຮູ້ວ່າຮ່າງກາຍຂອງທ່ານນັ້ນຢູ່ໃນພາວະນ້ຳຕານໃນເລືອກສູງອາດນຳໄປສູ່ໂຣກເບົາຫວານໄດ້.

 4. ໂຣກລົມຫຼັບ
ຄົນທີ່ເປັນໂຣກນີ້ຕອນກາງເວັນຈະຢາກນອນເອົາແທ້ເອົາວ່າ ແຕ່ພໍຕົກກາງຄືນມາພັດຕາແຈ້ງບໍ່ຢາກນອນ ນອນຈັ່ງໃດກໍ່ບໍ່ຫຼັບ ໂຣກນີ້ຫາກປ່ອຍໃຫ້ເປັນດົນໆບໍ່ໄດ້ຮັບການຮັກສາ ຈະສົ່ງຜົນເສຍໃຫ້ກັບສຸຂະພາບຈິດທີ່ອາດກາຍເປັນຄົນຫງຸດງິດງ່າຍ ສະໝອງຊ້າ.

 5. ໂຣກເລືອດຈາງ
ແມ່ຍິງຈະມີໂອກາດເປັນໂຣກເລືອດຈາງໄດ້ງ່າຍ ເພາະສາເຫດອາດມາຈາກການໄດ້ຮັບສານອາຫານທີ່ມີປະໂຫຍດບໍ່ພຽງພໍ ນອກຈາກນີ້ຍັງສູນເສຍເລືອດເນື່ອງຈາກມີປະຈຳເດືອນ ສ່ວນສາເຫດອື່ນຍັງມາຈາກການພັກຜ່ອນບໍ່ພຽງພໍ ຈິ່ງເຮັດໃຫ້ຮູ້ສຶກເມື່ອຍງ່າຍ, ບໍ່ສົດຊື່ນ ແລະ ມັກເຫງົານອນຢູ່ຕະຫຼອດ

 6. ເປັນໂຣກແຜໃນກະເພາະອາຫານ ຫຼື ອະໄວຍະວະສ່ວນອື່ນໆໃນຮ່າງກາຍ 
ຜູ້ທີ່ມີບັນຫາເລື່ອງກະເພາະ ແລະ ມັກຈະເປັນໂຣກຣິດສີດວງທະວານໜັກເລື່ອຍໆ ອາດເປັນສາເຫດຂອງການອ່ອນເພຍ ໜ້າມືດ ເປັນລົມງ່າຍ ອ່ອນແຮງ ແລະ ມັກເຫງົານອນຕະຫຼອດໄດ້ຄືກັນ.

ແຫລ່ງຂໍ້ມູນຈາກ: health.sanook.com

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...