spot_img
Homeນານາສາລະຜັກຕຳນິນ ແກ້ບັນຫາຜົມຫຼົ່ນ

ຜັກຕຳນິນ ແກ້ບັນຫາຜົມຫຼົ່ນ

Published on

ຜັກຕຳນິນ ມີວິຕາມິນ ແລະແຮ່ທາດຫຼາຍຊະນິດ ທີ່ສຳຄັນຕໍ່ກັບຮ່າງກາຍຂອງຄົນເຮົາ, ນອກຈາກນັ້ນແລ້ວ ຍັງມີສັບພະຄຸນຊ່ວຍຫຼຸດບັນຫາຜົມຫຼົ່ນໄດ້ ເຊິ່ງສາມາດເຮັດເອງງ່າຍໆດັ່ງນີ້

# ສ່ວນປະກອບ:

  • ຜັກຕຳນິນ
  • ນໍ້າເລັກໜ້ອຍ

# ວິທີເຮັດ:

  • ເອົາຜັກຕຳນິນ ມາລ້າງໃຫ້ສະອາດ
  • ຈາກນັ້ນເອົາມາເດັດຍອດ ແລະໃບໃສ່ຊາມ ແລ້ວຄັ້ນກັບນໍ້າ ຫຼືອາດຈະເອົານໍ້າ ແລະຜັກຕຳນິນປັ່ນຮ່ວມກັນກໍໄດ້ແລ້ວແຕ່ສະດວກ
  • ຄັ້ນແລ້ວ ກໍເອົາມາຕອງ ເອົາແຕ່ນໍ້າຂູ້ນໆ ບໍ່ຕ້ອງໃສ່ນໍ້າເພີ່ມອີກ
  • ເອົານໍ້າທີ່ໄດ້ຂຸ້ນໆ ມາໝັກຜົມໄວ້ປະມານ 1​ ຊົ່ວໂມງ ແລ້ວລ້າງອອກ
  • ເຮັດແບບນີ້ອາທິດລະສອງ ຫຼື ສາມຄັ້ງ ເຮັດເລື້ອຍໆ ຫຼັງຈາກນັ້ນເດືອນໜຶ່ງຕໍ່ມາ ຜົມຈະເລີ່ມຫຼາຍຂຶ້ນ ແລະຜົມເກົ່າກໍຈະບໍ່ຫຼົ່ນອີກຕໍ່ໄປ ເພາະຮາກຜົມແຂງແຮງຂຶ້ນຫຼາຍ

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...