Homeນານາສາລະຢ່ານອນ ໂດຍການເອົາໂທລະສັບໄວ້ຂ້າງໆຕົວເອງ ເພາະສ່ຽງອັນຕະລາຍແບບນີ້

ຢ່ານອນ ໂດຍການເອົາໂທລະສັບໄວ້ຂ້າງໆຕົວເອງ ເພາະສ່ຽງອັນຕະລາຍແບບນີ້

Published on

ການວິໄຈລ່າສຸດພົບວ່າ ແປດໃນສິບຄົນ ມີການເອົາໂທລະສັບມືຖືມາປະໄວ້ຂ້າງຕົວເອງນອນ ໃນເວລາຕອນກາງຄືນ ເຊິ່ງຄົນສ່ວນຫຼາຍກໍເພື່ອຕັ້ງມັນເປັນໂມງປຸກ, ຕໍ່ໄປຫາກເຈົ້ານອນບໍ່ຫຼັບຕອນກາງຄືນ ໃຫ້ເອົາໂທລະສັບອອກໄປໄກໆຈາກຕົວເຈົ້າເບິ່ງ ຈະເຮັດໃຫ້ເຈົ້ານອນຫຼັບ ເພາະການຢູ່ໃກ້ກັບໂທລະສັບ ສາມາດລົບກວນການນອນຫຼັບທີ່ດີທີ່ສຸດຂອງເຈົ້າ ເຊິ່ງອາດຈະເຮັດໃຫ້ນອນບໍ່ຫຼັບ ແລະບັນຫາການນອນຫຼັບຕ່າງໆ, ຄວນນອນໃນຫ້ອງທີ່ມີບໍ່ມີໂທລະສັບມືຖື ຫຼືປະໂທລະສັບໄວ້ໄກໂຕ ການນອນຂອງເຈົ້າຈະເລີ່ມດີຂຶ້ນເລື້ອຍໆ. ນອກຈາກນີ້ ຍັງເຮັດໃຫ້ເກີດອາການເຈັບຫົວ ແລະ ວິນຫົວໄດ້ອີກດ້ວຍ

ດຣ ຊາ ເຊສເລີ ໃຫ້ຄວາມເຫັນວ່າ ບັນຫາຫຼັກຂອງໂທລະສັບຄື ແສງປະດິດຂອງມັນ ສົ່ງຜົນກະທົບທີ່ບໍ່ດີສູ່ຮ່າງກາຍຂອງເຮົາ, ສະໝອງຂອງເຮົາຈະຖືກຫຼອກໃຫ້ເຊື່ອວ່າ ເປັນເວລາກາງວັນ ແສງຊ່ວຍກະຕຸ້ນເຊວໃນຈໍປະສາດຕາ ບໍລິເວນອ້ອມຂ້າງດວງຕາ ທີ່ສົ່ງຂໍ້ຄວາມໄປຫາສະໝອງ, ເຊວໄວຕໍ່ແສງຈະໃຫ້ຂໍ້ມູນຕໍ່ຮ່າງກາຍຂອງເຮົາວ່າມັນເປັນເວລາຕອນກາງເວັນ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...