spot_img
Homeຂ່າວທ້ອງຖິ່ນພິທີມອບ-ຮັບ ຫ້ອງການສະຫະພັນນັກຮົບເກົ່າ ແຂວງບໍລິຄຳໄຊ ຫຼັງໃໝ່

ພິທີມອບ-ຮັບ ຫ້ອງການສະຫະພັນນັກຮົບເກົ່າ ແຂວງບໍລິຄຳໄຊ ຫຼັງໃໝ່

Published on

ໜັງສືພິມ ປະຊາຊົນ ລາຍງານເມື່ອວັນທີ 24 ເມສາ 2017 ຜ່ານມາວ່າ ແຂວງບໍລິຄຳໄຊ ໄດ້ມີພິທີມອບ – ຮັບ ຫ້ອງການ ສະຫະພັນນັກຮົບເກົ່າຫຼັງໃໝ່ ເຊິ່ງໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງການດັ່ງກ່າວ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ລຳສະໄໝ ວໍລະ ສານ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດ ແຂວງບໍລິຄຳໄຊ, ທ່ານ ພັນເອກ ຄຳຟອງ ບານທະວົງ ປະທານ ສະຫະພັນນັກຮົບເກົ່າແຂວງ, ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີດັ່ງກ່າວ ໄດ້ມີພິທີ ເຊັນມອບ – ຮັບ ຢ່າງເປັນທາງການລະຫວ່າງຜູ້ຮັບເໝົາກໍ່ສ້າງແມ່ນ ທ່ານ ຄຳກິ່ງ ຂຸນມະບານ ປະທານບໍລິສັດ ສິງນຳຈະເລີນ ກໍ່ສ້າງຈຳກັດ ແລະ ເຈົ້າຂອງໂຄງການແມ່ນທ່ານ ພັນຕີ ທອງຄານ ສອນຄຳໄຊ ຮອງປະທານສະຫະພັນນັກຮົບ ເກົ່າແຂວງ ໂດຍຊ້ອງໜ້າເປັນສັກຂີພິຍານຂອງທ່ານ ລຳສະໄໝ ວໍລະສານ ແລະ ພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມຫ້ອງການ, ສຳລັບຫ້ອງການສະຫະພັນນັກຮົບເກົ່າຫຼັງໃໝ່ນີ້ນີ້ ໄດ້ດຳເນີນການກໍ່ສ້າງມາແຕ່ເດືອນ ກຸມພາ 2013 ຫາເດືອນເມສາ 2017 ຈຶ່ງໄດ້ສຳເລັດ 100% ຫ້ອງການນີ້ ມີຂະໜາດ 12 x 32 ແມັດ, ເປັນຕຶກສອງຊັ້ນ, ມຸງດ້ວຍ ກະເບື້ອງ, ມີ 24 ຫ້ອງ, ມີ 2 ຫ້ອງນ້ຳ ແລະ 1 ຫ້ອງປະຊຸມ ລວມມູນຄ່າການກໍ່ສ້າງທັງໝົດ 3,4 ຕື້ກວ່າກີບ ໂດຍແມ່ນ ທຶນຂອງລັດ 100%.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...