spot_img
Homeຂ່າວຕ່າງປະເທດຊາຍເກົາຫຼີເໜືອ ຈັບຄັນຄາກມາກິນ ຖືກພິດເຂົ້າຮ່າງກາຍເສຍຊີວິດ

ຊາຍເກົາຫຼີເໜືອ ຈັບຄັນຄາກມາກິນ ຖືກພິດເຂົ້າຮ່າງກາຍເສຍຊີວິດ

Published on

ບີບີຊີລາຍງານເມື່ອວັນທີ 21 ເມສາ 2017 ຜ່ານມາວ່າ ເກີດເຫດຊາຍເກົາຫຼີເໜືອອາຍຸ 57​ ປີ ເສຍຊີວິດຫຼັງຈາກກິນຊີ້ນຄັນຄາກເຂົ້າໄປ ເພາະຄິດວ່າເປັນອື່ງທີ່ກິນໄດ້

ການສອບສວນພົບວ່າ ຊາຍຄົນນີ້ ພ້ອມດ້ວຍໝູ່ ຕັ້ງໃຈໄປຈັບກົບ ຈາກບໍລິເວນອ່າງເກັບນໍ້າແດຈອງ ມາກິນ ແລະຄິດວ່າ 5 ໂຕທີ່ພວກເຂົາຈັບໄດ້ຄືອື່ງ ຈາກນັ້ນບໍ່ພໍເທົ່າໃດວັນ ຈຶ່ງເອົາມາປຸງແຕ່ງອາຫານແລ້ວກິນນຳກັນ, ປາກົດວ່າ ຊາຍອາຍຸ 57 ປີ ເລີ່ມຮາກ ຈຶ່ງຮີບເອົາໄປໂຮງໝໍ ແຕ່ບໍ່ທັນການແລ້ວເພາະພິດເຂົ້າສູ່ຮ່າງກາຍແລ້ວ ເຮັດໃຫ້ລາວເສຍຊີວິດໃນເຊົ້າວັນຕໍ່ມາ

ຕຳຫຼວດເຜີຍວ່າ ກວດອາຫານທີ່ເຫຼືອຢູ່ ພົບສານບູໂຟເທນິນ ທີ່ປົກກະຕິພົບຢູ່ໃນຄັນຄາກ ແລະສອບສວນໄດ້ຄວາມວ່າ ຄັນຄາກທີ່ກິນເຂົ້າໄປນັ້ນ ມີລັກສະນະຄືກັບອື່ງ ຈຶ່ງເຮັດໃຫ້ຄົນເຂົ້າໃນຜິດ ເຊິ່ງໝູ່ເພື່ອນຂອງຜູ້ຕາຍນັ້ນ ກໍມີອາການໄດ້ຮັບພິດຄືກັນ ແຕ່ບໍ່ເຖິງຂັ້ນເສຍຊີວິດ

ທ່ານ ສະຕີເຟນ ອີວານ ຜູ້ສື່ຂ່າວບີບີຊີລາຍງານວ່າ ຄົນໃນຖິ່ນຊົນນະບົດບາງສ່ວນຂອງເກົາຫຼີເໜືອນິຍົມກິນກົບ ແລະອື່ງ ເຊິ່ງກໍລະນີນີ້ ຈຶ່ງຄາດວ່າຜູ້ຕາຍ ແລະໝູ່ ຄົງຈະເຂົ້າໃຈຜິດ, ໃນຂະນະທີ່ສານ Bufotenin ມີພິດເຮັດໃຫ້ຕາຍໄດ້

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...