spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານທີ່ຄວນຫຼີກລຽງ ເພື່ອຫຼຸດບັນຫາກິ່ນຕົວແຮງ

ອາຫານທີ່ຄວນຫຼີກລຽງ ເພື່ອຫຼຸດບັນຫາກິ່ນຕົວແຮງ

Published on

ບັນຫາກິ່ນຕົວແຮງ ໃຜບໍ່ເຄີຍເປັນອາດບໍ່ຮູ້ ແຕ່ຮູ້ວ່າຖ້າເມື່ອໃດຫາກພົບຄົນກິ່ນຕົວແຮງ ຕ້ອງກັ້ນຫາຍໃຈ ຫຼືຍ່າງໜີ ແຕ່ສຳລັບເຈົ້າຂອງກິ່ນເອງຄົງຄິດອີກແບບ ເຊິ່ງຜູ້ຂຽນເອງເຊື່ອວ່າ ຄົນທີ່ມີກິ່ນກາຍສ່ວນຫຼາຍຮູ້ຕົວເອງດີ ແລະອາດກຳລັງຫາວິທີແກ້ບັນຫາ ເຊິ່ງອາດລອງມາແລ້ວຫຼາຍວິທີ ແຕ່ຍັງບໍດີຈັກເທື່ອ ມື້ນີ້ລາວາໂພສມີວິທີ ການປັບການກິນມານຳສະເໜີ ເພື່ອແກ້ບັນຫາກິ່ນຕົວນີ້ໃຫ້ໝົດໄປ

  1. ຫຼີກລຽງອາຫານເຜັດ ທີ່ເຮັດໃຫ້ເຫື່ອອອກຫຼາຍເຊັ່ນ: ພິກໄທ, ໝາກເຜັດ
  2. ຫຼີກລຽງທາດແອວກໍຮໍ ແລະຄາເຟອິນ ເຮັດໃຫ້ເຫື່ອອອກຫຼາຍຈຶ້ນ
  3. ຫຼີກລຽງອາຫານທີ່ເຮັດໃຫ້ເຫື່ອມີກິ່ນເພີ່ມຂຶ້ນເຊັ່ນ: ສະໝຸນໄພທີ່ມີກິ່ນແຮ,​ ກະທຽມ, ຫົວຫອມບົ່ວ, ຫົວສີໄຄ, ຂ່າ, ຜັກໝາກໄມ້ທີ່ມີກິ່່ນແຮງເຊັ່ນ: ​ຖົ່ວລຽນ, ກະຫຼໍ່າ, ໝາກປີ
  4. ຫຼຸດອາການທີ່ກະຕຸ້ນໃຫ້ຕ່ອມໄຂມັນຜະລິດໄຂມັນອອກມາຫຼາຍ: ໂດຍສະເພາະໄຂມັນທີ່ມາຈາກຕ່ອມ Apocrine sweat gland ທີ່ກະຈາຍຢູ່ຕາມຂີ້ແຮ້, ໝີບຂາ ໂດຍຫຼີກລຽງອາຫານມັນ,​ ອາຫານທອດ, ຊ໊ອກໂກແລັດ
  5. ຫຼຸດການກິນຊີ້ນສັດ: ມີການວິໄຈທີ່ພິມອອກວາລະສານ Chemical Senses ຂອງມະຫາວິທະຍາໄລ Oxford ພົບວ່າ ຖ້າຫາກກິ່ນຊີ້ນແດງ ຈະເຮັດໃຫ້ກິ່ນຕົວແຮງຂຶ້ນ
  6. ເພີ່ມການກິນຜັກ ແລະໝາກໄມ້ໃຫ້ຫຼາຍ: ເພື່ອໃຫ້ໄດ້ໃຍອາຫານ ທີ່ພຽງພໍຕໍ່ການຍ່ອຍ ແລະດີທ໊ອກລຳໄສ້ແບບທຳມະຊາດ
  7. ຫຼຸດນໍ້າໜັກ: ຫາກນໍ້າໜັກຕົວເອງຫຼາຍເກີນໄປ ຄວນລົດທັນທີ ເພາະການຫຼຸດນໍ້າໜັກ ຊ່ວຍຫຼຸດການຂັບເຫື່ອ ແລະສານໄຂມັນຈາກຕ່ອມ Apocrine sweat gland ໄດ້ ແລະຊ່ວຍຫຼຸດຄວາມສ່ຽງຂອງການເປັນພະຍາດ ທີ່ອາດເຮັດໃຫ້ເຮົາມີກິ່ນຕົວ
  8. ຫາກເປັນພະຍາດເບົາຫວານ ພະຍາດຕັບ ຫຼືພະຍາດກ່ຽວກັບໝາກໄຂ່ຫຼັງ ຄວນປິ່ນປົວສຸຂະພາບຕາມແພດສັ່ງ ແລະກຳນົດອາຫານແນະນຳຕາມແພດສັ່ງ ເພາະຖ້າຫາກຮ່າງກາຍເຮົາຊຸດໂຊມລົງ ອາດເຮັດໃຫ້ຮ່າງກາຍມີກິ່ນທີ່ບໍ່ປະສົງໄດ້

ນອກຈາກອາຫານທີ່ກ່າວມານັ້ນແລ້ວ ຄວນເນັ້ນເລື່ອງການທຳຄວາມສະອາດຮ່າງກາຍ, ເຄື່ອງນຸ່ງຫົ່ມ ແລະການພັກຜ່ອນໃຫ້ພຽງພໍ, ຮູ້ຈັກວິທີການຮັບມືກັບຄວາມຄຽດ ສຳລັບການກິນປ້ອງກັນກິ່ນຕົວແຮງແມ່ນ ຄວນກິນອາຫານໃຫ້ຄົບ 5 ໝູ່, ອອກກຳລັງກາຍຢ່າງສະໝໍ່າສະເໝີ ເພື່ອຮັກສານໍ້າໜັກໃຫ້ຢູ່ໃນເກນປົກກະຕິ ເຊິ່ງເປັນປັດໄຈປ້ອງກັນເຊື້ອພະຍາດຕ່າງໆໄດ້

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...