spot_img
Homeຂ່າວຕ່າງປະເທດຈີນ ສ້າງຮູບປັ້ນເທບທິດາ ຊົນເຜົ່າມົ້ງ ສູງເຖິງ 88 ແມັດ

ຈີນ ສ້າງຮູບປັ້ນເທບທິດາ ຊົນເຜົ່າມົ້ງ ສູງເຖິງ 88 ແມັດ

Published on

ສຳນັກຂ່າວປະເທດຈີນລາຍງານ ເມື່ອວັນທີ 21 ເມສາ 2017 ຜ່ານມາວ່າ ກຳມະກອນເລີ່ມຕິດຕັ້ງສ່ວນຫົວຂອງຮູບປັ້ນ “ຢາງອາຊາ” ເທບທິດາໃນຕຳນານ ຂອງຊົນເຜົ່າກຸ່ມນ້ອຍເຜົ່າມົ້ງ ຕັ້ງຢູ່ທີ່ເມືອງຈ້ຽນເຫີ ມົນທົນກູ້ຍໂຈ ທາງພາກຕາເວັນຕົກສ່ຽງໃຕ້ຂອງຈີນ ເຊິ່ງສຳເລັດແລ້ວກວ່າ 90%  ແລະຄາດວ່າ ຈະສຳເລັດສົມບູນໃນຊ່ວງທ້າຍເດືອນເມສານີ້

ຮູບປັ້ນ ເທບທິດາດັ່ງກ່າວ ເລີ່ມກໍ່ສ້າງເມື່ອເດືອນພະຈິກ ປີ 2016 ມີຄວາມສູງເຖິງ 88 ແມັດ ຖືເປັນຮູບປັ້ນເທບທິດາ ຂອງຊາວມົ້ງທີ່ສູງທີ່ສຸດໃນປະເທດຈີນ ສ້າງຂຶ້ນເພື່ອລະລຶກເຖິງເທບທິດາດັ່ງກ່າວ ແລະເພື່ອດຶງດູດນັກທ່ອງທ່ຽວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...