spot_img
Homeຂ່າວທ້ອງຖິ່ນບ້ານໜອງອໍ້ເຂັ້ມແຂງ ສ້າງຂົວເຫຼັກໄປນາ ມູນຄ່າເກືອບ 1,500 ລ້ານກີບ

ບ້ານໜອງອໍ້ເຂັ້ມແຂງ ສ້າງຂົວເຫຼັກໄປນາ ມູນຄ່າເກືອບ 1,500 ລ້ານກີບ

Published on

ອຳນາດການປົກຄອງບ້ານໜອງອໍ້ ເມືອງຄຳເກີດ ແຂວງບໍລິຄຳໄຊ ຖືວ່າເປັນອົງການປົກຄອງທ້ອງຖິ່ນ ທີ່ເປັນແບບຢ່າງທາງດ້ານຄວາມເຂັ້ມແຂງຮອບດ້ານ ບໍ່ວ່າຈະເປັນທາງດ້ານເສດຖະກິດກໍຄືທາງດ້ານສັງຄົມ ມີຄວາມສະຫງົບຮຽບຮ້ອຍ, ວັດທະນະທຳມີການອະນຸລັກແລະພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນຢູ່ໃນລະດັບດີ, ການພັດທະນາມີຄວາມກ້າວໜ້າ, ມີເງິນກອງທຶນລວມຂອງບ້ານຫຼາຍຕື້ກີບ ແລະຫຼ້າສຸດບ້ານໜອງອໍ້ສຳເລັດການສ້າງຂົວຂ້າມນໍ້າພາວ ເຊິ່ງເປັນເສັ້ນທາງຂ້າມໄປຫາເຂດການຜະລິດກະສິກຳ (ນາແລະສວນ).

ຂົວດັ່ງກ່າວເປັນຂົວເຫຼັກ ເສົາເບຕົງເສີມເຫຼັກ ມີຄວາມຍາວ 45 ແມັດ, ກວ້າງ 6 ແມັດ ສາມາດຮອງຮັບນໍ້າໜັກລົດແລ່ນຜ່ານໄດ້ 30 ໂຕນ, ເລິ່ມລົງມືກໍ່ສ້າງໃນວັນທີ 8 ເມສາ 2016 ແລະ ສຳເລັດໃນວັນທີ 26 ມິຖຸນາ 2016 ດ້ວຍມູນຄ່າການກໍ່ສ້າງທັງໝົດ 1,488,000,000 ກີບ (ຫນຶ່ງຕື້ສີ່ຮ້ອຍແປດສິບແປດລ້ານກີບ) ໃນນັ້ນ, ເປັນເງິນສົດຈາກປະຊາຊົນ 737,600,000 ກີບ, ພາກລັດຊ່ວຍເຫຼັກທັງໝົດ ມູນຄ່າ 550,778,000 ກີບ ແລະເງິນສົດ 200,000,000 ກີບ.

ໂດຍການໃຫ້ຂໍ້ມູນຈາກ ທ່ານ ບຸນເສີຍ ມູນວົງສາ, ທ່ານ ໄມຄຳ ມູນວົງສາ ແລະ ທ່ານ ວົງວັນ ລໍວັນໄຊ ນາຍບ້ານແລະຮອງນາຍບ້ານ ບ້ານໜອງອໍໃຫ້ຮູ້ວ່າ ເບື້ອງຕົ້ນປະຊາຊົນໄດ້ປະກອບສ່ວນເງິນສົດຄອບຄົວລະ 1,000,000 ກີບ ນອກຈາກນັ້ນ, ເຮືອນໃດມີລົດ ຫຼືມີທົ່ງນາ ຮົ້ວສວນ ຢູ່ພາກນໍ້າເບື້ອງນັ້ນກໍຈະໄດ້ຈ່າຍເງິນເພິ່ມຂຶ້ນຕາມການຕົກລົງກັນ ຈຶ່ງສາມາດມີທຶນຮອນເປັນເງິນສົດຈຳນວນດັ່ງກ່າວຂ້າງເທິງ ແລະພ້ອມກັນນັ້ນ ຝ່າຍປະຊາຊົນພາຍໃນບ້ານກໍໄດ້ພ້ອມກັນປະກອບສ່ວນແຮງງານ ມື້ລະ 2 ໜ່ວຍ ຫຼືປະມານມານ ມື້ລະ 20-30 ແຮງງານ ໄປເຮັດຂົວ ໂດຍໄດ້ຮັບການຊີ້ນຳຈາກນັກວິຊາການຈາກເມືອງລົງໄປຊີ້ນຳວຽກງານກໍ່ສ້າງເປັນປະຈຳ.

ພິທີເປີດນຳໃຊ້ຂົວຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 7 ເມສາ 2017 ທີ່ຜ່ານມາ ໂດຍໃຫ້ກຽດເຂົ້າຮ່ວມພິທີອັນສຳຄັນດັ່ງກ່າວ ມີທ່ານ ບຸນມາ ບຸຈະເລີນ ຮອງເລຂາພັກແຂວງ, ຮອງເຈົ້າແຂວງແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ, ພະນັກງານການນຳຈາກເມືອງຄຳເກີດ, ອຳນາດການປົກຄອງບ້ານ ແລະພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.

ການສ້າງສຳເລັດຂົວແຫ່ງດັ່ງກ່າວແມ່ນຄວາມສຳເລັດຂອງການພັດທະນາບ້ານ ສ້າງຄວາມສະດວກໃນການທຳມາຫາກິນ ໂດຍສະເພາະແມ່ນການເຮັດນາປູກເຂົ້າ, ປູກພືດຜັກ, ລ້ຽງສັດ ແລະທຳມາຄ້າຂາຍ ເພື່ອສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດແກ່ປະຊາຊົນພາຍໃນບ້ານ ໃຫ້ສົມເປັນບ້ານແບບຢ່າງທາງດ້ານການພັດທະນາຂອງເມືອງຄຳເກີດ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...