spot_img
Homeຂ່າວເຫດການທີມ BUG5 ໄດ້ກາຍເປັນທີມຊາດລາວທີມທຳອິດ ທີ່ຈະເຂົ້າຮ່ວມການແຂ່ງຂັນ Imagine Cup ຮອບຊິງຊະນະເລີດປະຈຳພາກພື້ນ

ທີມ BUG5 ໄດ້ກາຍເປັນທີມຊາດລາວທີມທຳອິດ ທີ່ຈະເຂົ້າຮ່ວມການແຂ່ງຂັນ Imagine Cup ຮອບຊິງຊະນະເລີດປະຈຳພາກພື້ນ

Published on

ການແຂ່ງຂັນ Microsoft Imagine Cup 2017 ຮອບຊີງຊະນະເລີດປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຈະຈັດຂຶ້ນທີ່ນະຄອນຫຼວງ ມານິລາ, ປະເທດ ຟິລິບປິນ

(ວຽງຈັນ, ເມສາ …., 2017) ທີມ BUG5 ເປັນທີມນັກປະດິດໄວໜຸ່ມ 3 ຄົນ ຈາກປະເທດລາວ ທີ່ໄດ້ຮັບການຄັດເລືອກ ໃຫ້ເປັນຕົວແທນຂອງປະເທດລາວເພື່ອເຂົ້າຮ່ວມການແຂ່ງຂັນ Microsoft Imagine Cup 2017 ຄັ້ງທີ 15 ເຊິ່ງເປັນ ຮອບຊິງ ຊະນະເລີດປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໃນໂຄງການເລັ່ງສ້າງວິສາຫະກິດເລີ່ມຕົ້ນເພື່ອເພື່ອການເຕີບໂຕໃນລະດັບ ສາກົນ, ສ້າງຄວາມເຂັ້ມແຂງໃຫ້ນັກສຶກສາວິທະຍາສາດຄອມພິວເຕີລຸ້ນໃຫມ່. ນັກສຶກສາກຸ່ມດັ່ງກ່າວ ຈະສ້າງປະຫວັດສາດ ເປັນທີມລາວທີມທຳອິດ ທີ່ສາມາດເຂົ້າໄປໃນຮອບຊິງຊະນະເລີດປະຈຳພາກພື້ນໃນການແຂ່ງຂັນ Imagine Cup.

ທີມ BUG5 ສາມາດເອົາຊະນະຫຼາຍທີມ ຈາກຫຼາຍປະເທດ ເຊັ່ນ: ມຽນມາ, ກຳປູເຈຍ ແລະ ບຼູໄນ. ທີມດັ່ງກ່າວ ຈະເຂົ້າ ຮ່ວມແຂ່ງຂັນຮອບຊິງຊະນະເລີດທີ່ຈັດຂຶ້ນໃນລະດັບພາກພື້ນ, ເຊິ່ງຈະຈັດຂຶ້ນທີ່ ປະເທດ ຟິລິບປິນ ນັບແຕ່ວັນທີ 23 ເຖິງ 27 ເມສາ. ຜົນງານປະດິດສ້າງຂອງພວກເຂົາ ຈະມີສ່ວນຊ່ວຍແກ້ໄຂບັນຫາສຳລັບຜູ້ພິການທາງສາຍຕາໃຫ້ສາມາດນໍາໃຊ້ ສະມາດໂຟນ ຄືກັບຄົນທົ່ວໄປໄດ້. ທີມທີ່ໄດ້ອັນດັບສອງ ໄດ້ແກ່ທີມ Arcane ຈາກ ປະເທດ ກຳປູເຈຍ ແລະ ທີມທີ່ໄດ້ອັນດັບສາມ ໄດ້ແກ່ທີມຈາກປະເທດ ບຼູໄນ

ສະມາຊິກຂອງທີມລາວທີ່ຊະນະໄດ້ແກ່: ທ. ທະນົງສິນ ຈັນທະຄາມ, ທ. ຄັດທະພອນ ທະນົງສຸເມືອງໄຊ ແລະ ທ. ສາຍພິນ ເພັດອຳພອນ, ທັງໝົດແມ່ນນັກສຶກສາຈາກ ມະຫາວິທະຍາໄລແຫ່ງຊາດ, ຄະນະວິສະວະກຳສາດ, ພາກວິຊາ ຄອມພິວເຕີ ແລະ ຂໍ້ມູນຂ່າວສານ.

ຫົວໜ້າທີມ ເຊິ່ງແມ່ນ ທ. ທະນົງສິນ ຈັນທະຄາມ ໄດ້ກ່າວວ່າ: ອີງຕາມ ຂໍ້ມູນທີ່ໄດ້ຈາກ ອົງການອະນາໄມໂລກ “ມີປະມານ 285 ລ້ານຄົນທີ່ມີຄວາມພິການ ທາງສາຍຕາ, ປະມານ 39 ລ້ານຄົນ ຕາບອດ ແລະ 246 ລ້ານຄົນທີ່ມີຄວາມສາມາດທາງວິໄສທັດຕໍ່າ ເຊິ່ງພວກເຂົາດຳລົງຊີວິດໂດຍປາສະຈາກການເບິ່ງເຫັນ. ຖ້າບໍ່ສາມາດເຫັນໂລກໄດ້, ໝາຍຄວາມວ່າພວກເຂົາຈະມີຄວາມຫຍຸ້ງຍາກ ໃນ ການໃຊ້ຊີວິດປະຈຳວັນ. ສະມາດໂຟນ ບໍ່ໄດ້ອອກແບບມາສຳລັບ ຄົນທີ່ມີຄວາມບົກພ່ອງທາງການເບິ່ງເຫັນ. ພວກເຮົາເລີຍ ຢາກຈະຄິດຫາທາງອອກໃຫ້ຜູ້ພິການດ້ວຍ ການນຳໃຊ້ເຕັກໂນໂລຊີສຳລັບຄົນພິການທາງສາຍຕາ ເພື່ອໃຫ້ພວກເຂົາສາມາດນຳໃຊ້ ສະມາດໂຟນຄືກັບຄົນອື່ນໆ.”

10 ທີມທີ່ຊະນະ ທີ່ມາຈາກແຕ່ລະປະເທດຄື: ອິນໂດເນເຊຍ, ມາເລເຊຍ, ຟິລິບປິນ, ໄທ, ຫວຽດນາມ, ສີລັງກາ, ເນປານ, ລາວ ແລະ ບັງກະລາເທດ ຈະເຂົ້າຮ່ວມແຂ່ງຂັນທີ່ ນະຄອນຫຼວງມະນີລາ, ປະເທດຟິລິບປິນ. ຈາກນັ້ນ, 7 ທີມທຳອິດທີ່ ເຂົ້າຮອບ ໃນການແຂ່ງຂັນຂັ້ນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຈະໄດ້ເຂົ້າໄປແຂ່ງລະດັບໂລກ.

ທ່ານ ມີເຊລ ໄຊມອນ, ຜູ້ບໍລິຫານ – ຕະຫຼາດໃໝ່ອາຊີຕາເວັນອອກສ່ຽງໃຕ້, Microsoft APAC ກ່າວວ່າ, “Imagine Cup ເປັນໂຄງການທີ່ສຳຄັນເພື່ອຝຶກນັກປະດິດໄວໜຸ່ມຜູ້ມີພອນສະຫວັນ ແລະ ເນັ້ນໃຫ້ເຫັນເຖິງການແກ້ໄຂບັນຫາທີ່ແປກໃໝ່ ຕາມ ຄວາມໄຝ່ຝັນຂອງພວກເຂົາທີ່ຢາກຈະປ່ຽນແປງໂລກ. ຕະຫຼອດໄລຍະການດຳເນີນການຄັດເລືອກໃນການ ແຂ່ງຂັນ Imagine Cup ໃນແຕ່ລະປີ, ພວກເຮົາໄດ້ຮັບແຮງບັນດານໃຈຈາກຄວາມຄິດປະດິດສ້າງ, ພອນສະຫວັນ, ທັກສະ ແລະ ວິໄສທັດທີ່ອອກ ມາຈາກນັກສຶກສາລຸ້ນໜຸ່ມ. ຂ້າພະເຈົ້າມີຄວາມດີໃຈທີ່ປີນີ້ພວກເຮົາໄດ້ທີມຊະນະເລີດຈາກປະເທດລາວ ເຊິ່ງເປັນຄັ້ງທຳອິດ ທີ່ປະເທດລາວຈະໄດ້ເຂົ້າຮ່ວມແຂ່ງຂັນກັບອີກ 9 ທີມຈາກປະເທດຕ່າງໆໃນພາກພື້ນ. ຂ້າພະເຈົ້າຂໍອວຍພອນໃຫ້ທີມ BUG5 ແລະ ທີມອື່ນໆຈົ່ງປະສົບຜົນສຳເລັດໃນການແຂ່ງຂັນຮອບຊິງຊະນະເລີດປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້.”

ໃນປີນີ້, ຄາດວ່າມີຫຼາຍກວ່າ 100 ປະເທດທີ່ໄດ້ແຂ່ງຂັນກັນໃນຮອບຕ່າງໆ ແລະ 30 ທີມທຳອິດຈາກທົ່ວໂລກຈະໄດ້ເຂົ້າໄປແຂ່ງ ຂັນໃນຮອບຊິງແຊ້ມໂລກທີ່ Redmond. ການແຂ່ງຂັນ Microsoft Imagine Cup ເປັນການແຂ່ງຂັນ ລະດັບໂລກ ທີ່ມີເປົ້າໝາຍສ້າງຄວາມຂັ້ມແຂງໃຫ້ນັກສຶກສາວິທະຍາສາດຄອມພິວເຕີລຸ້ນໃໝ່ໄດ້ນຳໃຊ້ຄວາມສາມາດ, ຄວາມຄິດປະດິດ ສ້າງ, ຄວາມມັກ ແລະ ຄວາມຮູ້ຂອງຕົນກ່ຽວກັບເຕັກໂນໂລຊີ ມາສ້າງເປັນ ແອບພີເຄຊັນ ເພື່ອຊ່ວຍປ່ຽນແປງວິຖີການໃຊ້ຊີ ວີດ, ການເຮັດວຽກ ແລະ ການຫຼິ້ນຂອງຄົນ. ໃນແຕ່ລະປີມີນັກຮຽນຫຼາຍກວ່າ 10,000 ຄົນຈາກຫຼາຍ ປະເທດໃນ ທົ່ວໂລກ ໄດ້ເຂົ້າຮ່ວມແຂ່ງຂັນເພື່ອຊີງເງິນລາງວັນ, ລາງວັນທ່ອງທ່ຽວ ແລະ ລາງວັນອື່ນໆ ແລະ ກໍເພື່ອຄວ້າເອົາລາງວັນກຽດຕິຍົດ Imagine Cup ກັບບ້ານ.

ເປັນເວລາຫຼາຍປີມາແລ້ວທີ່ການແຂ່ງຂັນດັ່ງກ່າວ ໄດ້ກາຍເປັນເວທີສ້າງນັກປະດິດ ແລະ ນັກທຸລະກິດໜຸ່ມ ເພື່ອໃຫ້ເຂົາໄດ້ໃຊ້ ຄວາມຄິດຂອງຕົນເອງ ແລ້ວນຳໄປໃຊ້ໃນອະນາຄົດ. ມັນໄດ້ກາຍເປັນໂຄງການໃຫຍ່ທີ່ສຸດອັນໜຶ່ງຂອງໂລກ ໂດຍການສະໜັບ ສະໜູນຂອງ ໄມໂຄຊອບ ເຊິ່ງໜຶ່ງໃນນະວັດຕະກຳເຕັກໂນໂລຊີຍັກໃຫຍ່ຂອງໂລກ.

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...