spot_img
Homeຂ່າວທ້ອງຖິ່ນ5 ປີຜ່ານມາ ໄຊຍະບູລີ ພັດທະນາພື້ນຖານໂຄງລ່າງທັງໝົດ 340 ໂຄງການ

5 ປີຜ່ານມາ ໄຊຍະບູລີ ພັດທະນາພື້ນຖານໂຄງລ່າງທັງໝົດ 340 ໂຄງການ

Published on

ຕາມການໃຫ້ສຳພາດ ຂອງທ່ານ ແພງຊອຍ ແພງເມືອງ ຫົວໜ້າພະແນກ ໂຍທາທິການ ແລະຂົນສົ່ງ ແຂວງໄຊຍະບູລີວ່າ: ມູນຄ່າ ການລົງທຶນ ຂອງລັດຖະບານເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງດ້ານຄົມມະນາຄົມທົ່ວແຂວງ ໃນໄລຍະຜ່ານມາ ໂດຍສະເພາະ 5 ປີ ຜ່ານມານີ້ ມີທັງໝົດ 340 ໂຄງການມີມູນຄ່າ ທັງໝົດ 3.431,31 ຕື້ກີບ, ໃນນັ້ນທຶນພາຍໃນ 3.265,80 ຕື້ກີບ, ທຶນຕ່າງປະເທດ 165,51 ຕື້ກີບ ທຽບໃສ່ມູນຄ່າການລົງທຶນ 5 ປີກ່ອນ (2006-2010) ເພີ່ມຂຶ້ນ 2.698,77 ຕື້ກີບ ເທົ່າກັບ 4,6 ເທົ່າຕົວເຊັ່ນ: ໂຄງການທີ່ນຳໃຊ້ທຶນໃນແຜນທີ່ ລັດຖະບານອະນຸມັດໃຫ້ແຂວງຈັດຕັ້ງ ປະຕິບັດທັງໝົດມີ 283 ໂຄງການມູນຄ່າ 1.841,75 ຕື້ກີບ, ທຶນພາຍໃນ 1.677,66 ຕື້ກີບ, ທຶນຕ່າງປະເທດ 104,09 ຕື້ກີບ.

ໂຄງການຂອງກະຊວງ ຍທຂ ມອບໃຫ້ແຂວງຈັດຕັ້ງປະຕິບັດ ລວມທັງໂຄງການບູລະນະຮັກສາເສັ້ນທາງປົກກະຕິ, ເປັນກຳນົດ ແລະແກ້ໄຂສຸກເສີນມີ 47 ໂຄງການມູນຄ່າ 1.520,63 ຕື້ກີບ ທຶນພາຍໃນ 1.519,21 ຕື້ກີບ ທຶນຕ່າງປະເທດ 1,42 ຕື້ກີບ ໂຄງການພັດທະນາຊົນນະບົດລຶບລ້າງຄວາມທຸກຍາກ ຕິດພັນກັບວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ມີ 10 ໂຄງການ ມູນຄ່າ 68,93 ຕື້ກີບ.

ໄຊຍະບູລີ ມີຂົວນ້ຳຂອງແລ້ວ 3 ແຫ່ງ ແລະ ພວມຈະສ້າງຕື່ມ ອີກຢູ່ຈຸດເມືອງຄອບ – ເມືອງ ປາກທາ ແຂວງບໍ່ແກ້ວ ປະຈຸບັນແຂວງໄຊຍະບູລີມີເສັ້ນ ທາງຍາວທັງໝົດ 136,36 ກມ ທຽບໃສ່ປີ 2010 ເພີ່ມຂຶ້ນ 178,93 ກມ ໃນນີ້ທາງປູຢາງ ອາສະຟານຍາວ 71,43 ກມ, ທາງປູຢາງ 2 ຊັ້ນມີ 673,28 ກມ ທາງຍົກລະດັບປູຫີນມີ 1.033,32 ກມ, ທາງປູດິນທຳມະຊາດທຽວໄດ້ 2 ລະດູມີ 810,89 ກມ, ທາງທະລຸປູດິນ ທຳມະຊາດທຽວໄດ້ລະດູດຽວ ມີ 545,44 ກມ.

ນອກຈາກນັ້ນ ຍັງມີ ແຫຼ່ງທຶນກູ້ຢືມ ແລະ ຊ່ວຍເຫຼືອ ຈາກຕ່າງປະເທດທີ່ກະຊວງ ປະຕິບັດຢູ່ແຂວງ ADB 11, KFW ທາງປາກລາຍ- ພູດູ່ (NEDA) ຂົວທ່າເດື່ອ – ປາກ ຄອນ, ຂົວນ້ຳຂອງປາກລາຍ – ຄົກເຂົ້າດໍ, ຂົວນ້ຳຂອງເມືອງ ເງິນ – ປາກແບງ, ໂຄງການກໍ່ສ້າງທາງປູຢາງບ້ານຮວກ (ພະເຍົາ) – ປາງມອນ ເມືອງຄອບ – ເມືອງປາກທາ ແຂວງບໍ່ແກ້ວ (NEDA) ໂຄງການກໍ່ສ້າງທາງ ປູຢາງເມືອງຊຽງຮ່ອນ – ເມືອງຄອບ (NEDA) ທັງໝົດນັ້ນມີ 8 ໂຄງການມູນຄ່າ 210,60 ລ້ານໂດລາສະຫະລັດ, ທຶນພາຍໃນ 37,06 ລ້ານໂດລາສະຫະລັດ, ທຶນຕ່າງປະເທດ 173,54 ລ້ານໂດລາສະຫະລັດ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...