Homeນານາສາລະສັບພະຄຸນທາງຢາ ຂອງດອກມະລິ

ສັບພະຄຸນທາງຢາ ຂອງດອກມະລິ

Published on

ດອກມະລິ ເປັນດອກໄມ້ທີ່ມີກິ່ນຫອມ ເຊິ່ງດອກມະລິນັ້ນນິຍົມໃຊ້ໄຫວ້ພຣະ ແລະຮ້ອຍເປັນພວງມາໄລໄວ້ແຂວນລົດ, ນອກຈາກນັ້ນ ດອກມະລິຍັງມີສັບພະຄຸນຫຼາຍຢ່າງໃຫ້ກັບຮ່າງກາຍຂອງຄົນເຮົາ ໃນການປິ່ນປົວພະຍາດ
1. ຊ່ວຍບຳລຸງຫົວໃຈ ດ້ວຍການໃຊ້ດອກແຫ້ງ 1.5-3 ກຣາມ ຕົ້ມກັບນໍ້າ ຫຼືຊົງກັບນໍ້າຮ້ອນດື່ມ
2. ຮາກຂອງດອກມະລິ ແກ້ໄດ້ຫຼາຍໂຣກ ທັງປວດເມື່ອຍ, ເລືອດອອກຕາມແຂ້ວ ລວມທັງຊ່ວຍປິ່ນປົວຫຼອດລົມອັກເສບໄດ້ດ້ວຍ
3. ໃບໃຊ້ແກ້ໄຂ້ ທີ່ເກີດຈາກອາກາດປ່ຽນແປງໄດ້ດີ ລວມທັງປິ່ນປົວອາການເຈັບທ້ອງ, ແໜ້ນທ້ອງ, ເຈັບທ້ອງ ຫາກເອົາໃບມາຕຳແລ້ວລະລາຍກັບປູນໃສ ແລ້ວເອົາໄປທາບາດແຜຊໍ້າ, ແຜຊໍ້າເຮື້ອ ພະຍາດຜິວໜັງຈະດີໄວ້ຂຶ້ນ
4. ໃບຊ່ວຍບຳລຸງສາຍຕາ
5. ໃບຊ່ວຍຂັບນໍ້ານົມແມ່ຍິງທີ່ມີລູກນ້ອຍໄດ້
6. ດອກຕຳລະອຽດ ແລ້ວພອກຂະມັບ, ແກ້ອາການເຈັບຫົວ ແລະເຈັບຫູໄດ້
7. ຮາກເອົາໄປຕົ້ມແລ້ວດື່ມ ເປັນຢາແກ້ເບົາຫວານໄດ້
8. ຫາກມີອາການນອນບໍ່ຫຼັບ ໃຫ້ໃຊ້ຮາກແຫ້ງປະມານ 1-1,5 ກຣາມ ເອົາໄປຝົນກັບນໍ້າກິນ
9. ດອກ ແລະໃບ ມີລົດຊາດເຜັດຊຸ່ມ ເປັນຢາເຢັນ ຊ່ວຍດັບພິດຮ້ອນ ຖອນພິດໄຂ້ ໃຊ້ເປັນຢາແກ້ຮ້ອນໃນການຢາກນໍ້າ ຂັບເຫື່ອ, ຮາກໃຊ້ຝົນກັບນໍ້າ ເປັນຢາແກ້ຮ້ອນໃນ
10. ຊ່ວຍປິ່ນປົວເລືອດອອກຕາມແຂ້ວ ດ້ວຍການໃຊ້ຮາກສົດປະມານ 1-1,5 ກຣາມເອົາມາຕົ້ມກັບນໍ້າດື່ມ
11. ດອກສົດ ເອົາມາຕຳໃຊ້ເປັນຢາທາ ປິ່ນປົວບາດແຜຊໍ້າເຮື້ອ, ທາຝີ, ຜິວໜັງຜື່ນຄັນ ເຍື່ອຕາອັກເສບ
12. ໃຊ້ແກ້ກະດູກແຕກ, ຮ່າງກາຍກໍ່າຊໍ້າ ໃຫ້ໃຊ້ຮາກແຫ້ງ 1.5 ກຣາມ ເອົາມາຝົນກັບເຫຼົ້າຂາວແລ້ວກິນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...