spot_img
Homeຂ່າວທ້ອງຖິ່ນກອງປະຊຸມ ຄະນະບໍລິຫານງານພັກແຂວງໄຊຍະບູລີ ໄດ້ຄົ້ນຄວ້າ ແລະແກ້ໄຂຫຼາຍບັນຫາ

ກອງປະຊຸມ ຄະນະບໍລິຫານງານພັກແຂວງໄຊຍະບູລີ ໄດ້ຄົ້ນຄວ້າ ແລະແກ້ໄຂຫຼາຍບັນຫາ

Published on

ໜັງສືພິມ ເສດຖະກິດ-ສັງຄົມ ລາຍງານວ່າ ວັນທີ 20 ເມສາ 2017 ຜ່ານມາ ກອງປະຊຸມຄົບຄະນະບໍລິຫານງານພັກແຂວງໄຊຍະບູລີ ຄັ້ງທີ 6 ສະໄໝທີ 6 ໄດ້ດຳເນີນມາເປັນ 2 ວັນແລ້ວ ພາຍໃຕ້ການເປັນປະທານຂອງສະຫາຍ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ສະຫາຍ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ ແລະພະນັກງານຫຼັກແຫຼ່ງທີ່ກ່ຽວຂ້ອງເຂົ້າຮ່ວມ

ພາຍໃນກອງປະຊຸມຄັ້ງນີ້ ຮອງເຈົ້າແຂວງໄດ້ໄດ້ລາຍງານສະພາບພາຍໃນແຂວງໃຫ້ຮູ້ວ່າ ຕະຫຼອດໄລຍະເວລາ 3 ເດືອນຜ່ານມາ ສາມາດເຮັດສຳເລັດວຽກງານຫຼາຍດ້ານ ເປັນຕົ້ນແມ່ນ: ໄດ້ລົງຕິດຕາມກວດກາ ແລະຊຸກຍູ້ບັນຫາໂຄງການຕ່າງໆເຊັ່ນ: ໄດ້ຮັບການລົງທຶນທັງໝົດ 65 ຕື້ກວ່າກີບ ເພື່ອປະຕິບັດ 318 ໂຄງການ, ພ້ອມເອົາໃຈໃສ່ຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການຊ່ວຍເຫຼືອລ້າ ແລະທຶນກູ້ຢືມ  ທີ່ເປັນໂຄງການແຜນງານ ແລະສົ່ງເສີມວິຊາການ, ສ່ວນຫຼາຍແມ່ນການລົງທຶນພື້ນຖານໂຄງລ່າງ

ໃນປະຈຸບັນທົ່ວແຂວງມີການລົງທຶນທັງໝົດ 32 ໂຄງການ ມູນຄ່າ 22 ລ້ານກວ່າໂດລາສະຫະລັດ, ມີທຶນກູ້ຢືມ 3 ໂຄງການ ມູນຄ່າ 14 ລ້ານກວ່າໂດລາສະຫະລັດ, ທຶນຊ່ວຍເຫຼືອລ້າ 29 ໂຄງການ ມູນຄ່າກວ່າ 6 ລ້ານກວ່າໂດລາສະຫະລັດ ແລະທຶນພາຍໃນຈຳນວນໜຶ່ງ ໃນນັ້ນໄດ້ຈັດຕັ້ງປະຕິບັດຕົວຈິງ 23 ໂຄງການ, ນອກນັ້ນ ຍັງໄດ້ດຶງດູດເອົານັກລົງທຶນ ນັບທັງເອກະຊົນ ແລະຕ່າງປະເທດ ເຂົ້າມາລົງທຶນໃສ່ຂະແໜງການຕ່າງໆເຊັ່ນ: ຂະແໜງອຸດສະຫະກຳ, ກະສິກຳ, ບໍ່ແຮ່, ໄຟຟ້າ, ການບໍລິການ.

ພ້ອມດຽວກັນນັ້ນ ທ່ານ ຍັນຍົງ ສີປະເສີດ ກໍໄດ້ກ່າວວ່າ: ໃນໄລຍະດຽວກັນນັ້ນ ແຂວງຍັງໄດ້ຄຸ້ມຄອງການຈັດເກັບລາຍຮັບເຂົ້າງົບປະມານບັນລຸ 208 ຕື້ກວ່າກີບ ເທົ່າກັບ 30% ຂອງແຜນການປີ, ໄດ້ສຳຫຼວດຫົວໜ່ວຍທຸລະກິດ ສຳເລັດມີ 8 ຫົວໜ່ວຍ, ໄດ້ແກ້ໄຂພາຫະນະນຳເຂົ້າບໍ່ຖືກຕ້ອງທີ່ມາແຈ້ງທັງໝົດ 870 ຄັນ, ໃນນີ້ມີລົດຈັກ 87 ຄັນ,​ ມີລົດເສຍພາສີແລ້ວ 63 ຄັນ ມູນຄ່າກວ່າ 23 ຕື້ກວ່າກີບ

ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ປະກອບຄຳຄິດຄຳເຫັນ ໃສ່ຮ່າງບົດລາຍງານດັ່ງກ່າວນັ້ນ

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...