Homeຂ່າວທ້ອງຖິ່ນຈີນສົ່ງເຮືອສຳຫຼວດ 7 ລຳມາທຽບທ່າແມ່ນ້ຳຂອງຕາມເຂດຊາຍແດນລາວ-ໄທ

ຈີນສົ່ງເຮືອສຳຫຼວດ 7 ລຳມາທຽບທ່າແມ່ນ້ຳຂອງຕາມເຂດຊາຍແດນລາວ-ໄທ

Published on

ເມື່ອວັນທີ 19 ເມສາ 2017 ທີ່ຜ່ານມາເວັບໄຊຂ່າວ now26.tv ໄດ້ລາຍງານຂ່າວນັກສຳຫຼວດແມ່ນ້ຳຂອງຈີນໄດ້ສົ່ງເຮືອ 7 ລຳ ພ້ອມອຸປະກອນສຳຫຼວດ ມາຈອດທຽບທ່າແມ່ນ້ຳຂອງຕາມເຂດຊາຍແດນລາວ-ໄທ

ເວລາ 09.30 ນາທີ ຂອງວັນທີ 19 ເມສາ 2017 ທີ່ຜ່ານມາ ໄດ້ມີເຮືອສຳຫຼວດແມ່ນ້ຳຂອງຈາກບໍລິສັດ CCCC Second Habor Consultant ຈຳກັດ ເຊິ່ງເປັນບໍລິສັດທີ່ປຶກສາຈາກມົນທົນ ຢູນນານ ປະເທດຈີນ ໄດ້ເດີນທາງຈາກບ້ານມອມ ແຂວງ ບໍ່ແກ້ວ ສປປ.ລາວ ເຂົ້າສູ່ລຽບແຄມແມ່ນ້ຳຂອງຕາມເຂດຊາຍແດນລາວ – ໄທ ແລະ ເຂົ້າຈອດທຽບທ່າເຮືອແມ່ນ້ຳຂອງຊຽງແສນແຫ່ງທີ່ສອງ ພາຍໃນເຂດເທດສະບານ ຕຳບົນ ວຽງຊຽງແສນ,​ອຳເພີ ຊຽງແສນ,​ ຈັງຫວັດ ຊຽງລາຍ ຕາມໂຄງການຄວາມຮ່ວມມືໃນການສຳຫຼວດລຸ່ມແມ່ນ້ຳຂອງໃນເຂດຊາຍແດນລາວ – ໄທ ດ້ານທີ່ຕິດກັບ ຈັງຫວັດ ຊຽງລາຍ ໄດ້ມີເຮືອໃຫຍ່ 3 ຊັ້ນ, ນ້ຳໜັກ 450 ໂຕນ ເດີນທາງເຂົ້າມາຮ່ວມຈຳນວນ 3 ລຳ ແລະ ມີເຮືອນ້ອຍທີ່ເຄີຍເຂົ້າມາບໍລິເວນສາມຫຼ່ຽມທອງຄຳກ່ອນໜ້ານີ້ເດີນທາງມາຮ່ວມອີກ 4 ລຳ ໂດຍມີທ່ານ ຫລິວ ຈ້ຽນ ເປັນຫົວໜ້າຄະນະ ແລະ ມີລູກເຮືອຊາວຈີນເດີນທາງມາກັບເຮືອທັງໝົດຈຳນວນ 60 ຄົນ

ທ່ານ ຫລິວ ຈ້ຽນ ແຕ້ງໃຫ້ຮູ້ວ່າ ການສຳຫຼວດໃນເທື່ອນີ້ເປັນໄປຕາມໂຄງການສຳຫຼວດລຸ່ມແມ່ນ້ຳຂອງໂດຍມີກຳນົດດຳເນີນການສະເພາະເຂດນ້ຳທີ່ຕິດກັບຊາບແດນລາວ-ໄທ ເທົ່ານັ້ນ ລວມມີຈຳນວນ 15  ຈຸດ ການດຳເນີນການຈະເລີ່ມຫຼັງຈາກການເຮັດເລື່ອງເຂົ້າເມືອງ ແລະ ກວດສອບລາຍລະອຽດຕາມກົດໝາຍໄທທັງໝົດແລ້ວສຳເລັດ ໂດຍຈະເລີ່ມສຳຫຼວດຕັ້ງແຕ່ສາມລ່ຽມທອງຄຳ ໄປຈົນສຸດເຂດແດນທີ່ອຳເພີ ວຽງແກ່ນ ໂດຍໃຊ້ໄລຍະເວລາທີ່ກຳນົດທັງໝົດ 55 ມື້ໃຫ້ແລ້ວ.

ຄະນະຈາກຈີນທີ່ເຂົ້າມາສຳຫຼວດໃນເທື່ອນີ້ປະກອບມີ 4 ດ້ານຄື: ດ້ານຊົນສາດຄືຮ່ອງນ້ຳ, ຄວາມໄວນ້ຳ, ຄວາມເລິກຂອງນ້ຳຂອງ, ການໄຫລວຽນຂອງນ້ຳ, ດ້ານທໍລະນີສາດ, ສຳຫຼວດຊັ້ນຫີນ, ເກາະແກ່ງ, ດ້ານສະພາບພູມສັນຖານປະເທດຄື: ຕົ້ນໄມ້, ໂຄ່ນຫີນ ແລະ ດ້ານວິສະວະກຳ ເຊິ່ງຜົນການສຳຫຼວດທັງໝົດຈະມີການນຳຜົນໄປສຶກສາ ແລະ ເຮັດເປັນບົດລາຍງານສະຫຼຸບຜົນພ້ອມຜົນກະທົບດ້ານສິ່ງແວດລ້ອມ ຫຼື ອີໄອເອ ໂດຍທາງການຈີນຈະນຳສະເໜີຕໍ່ລັດຖະບານລາວ-ໄທ ເພື່ອນຳໄປພິຈາລະນາຕາມຂັ້ນຕອນຕໍ່ໄປ ຈາກນັ້ນຍັງມີຂັ້ນຕອນໃນການຈັດຕັ້ງຄະນະເຮັດວຽກຮ່ວມດ້ານອີໄອເອ ລົງພື້ນທີ່ສຳຫຼວດຊ້ຳອີກເທື່ອໜຶ່ງເຊັ່ນ: ເບິ່ງເລື່ອງຕາຝັ່ງເຊາະເຈື່ອນ, ວິຖີຊີວິດ ແລະ ການປະມົງ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...