spot_img
Homeຂ່າວຕ່າງປະເທດຜົນສຳຫຼວດຜູ້ອ່ານ "ໄທມ໌" ຍົກໃຫ້ "ດູແຕຣ໌ເຕ" ກາຍເປັນຜູ້ມີອິດທິພົນທີ່ສຸດໂລກປະຈຳປີ

ຜົນສຳຫຼວດຜູ້ອ່ານ “ໄທມ໌” ຍົກໃຫ້ “ດູແຕຣ໌ເຕ” ກາຍເປັນຜູ້ມີອິດທິພົນທີ່ສຸດໂລກປະຈຳປີ

Published on

ເວັບໄຊ໌ຊີເອັນເອັນຟິລິບປິນລາຍງານເມື່ອວັນທີ 20 ເມສາ 2017 ວ່າ ປະທານາທິບໍດີ ໂຣດຣິໂກ ດູແຕຣ໌ເຕ ຂອງຟິລິບປິນ ເປັນຜູ້ຊະນະໄດ້ຮັບຄະແນນສຽງຫຼາຍທີ່ສຸດໃນການສຳຫຼວດຄວາມຄິດເຫັນຜູ້ອ່ານທາງອອນໄລນ໌ຂອງວາລະສານ ໄທມ໌ ໃນຫົວຂໍ້ບຸກຄົນຜູ້ມີອິດທິພົນທີ່ສຸດຂອງໂລກ ຫຼັງຈາກມີຄະແນນນຳມາຕະຫຼອດຊ່ວງເວລາທີ່ເປີດໃຫ້ມີການໂຫວດ

ໃນຜົນສຳຫຼວດຜູ້ອ່ານທາງອອນໄລນ໌ ວາລະສານໄທມ໌ໄດ້ຄັດເລືອກລາຍຊື່ຜູ້ເຂົ້າຮອບມາ 114 ຄົນທີ່ໄດ້ຮັບການພິຈາລະນາວ່າສົມຄວນຢູ່ໃນການຈັດອັນດັບເຊິ່ງເປັນບຸກຄົນທີ່ມີອິດທິພົນທີ່ສຸດຂອງໂລກ ໂດຍໃຫ້ຜູ່ອ່ານລົງຄະແນນເລືອກພຽງວ່າສົມຄວນກໍ່ກົດ (ເຢສ) ຫຼື ບໍ່ສົມຄວນ (ໂນ)

ທ່ານ ດູແຕຣ໌ເຕຖືກໂຫວດໃຫ້ເປັນອັນດັບ 1 ໂດຍໄດ້ຮັບຄະແນນສຽງ “ເຢສ” 5% ຕາມຫຼັງມາດ້ວຍທ່ານ ຈັສຕິນ ທຣູໂດ ນາຍົກລັດຖະມົນຕີການາດາ,​ ສົມເດັດພຣະສັນຕະປາປາຟຣານຊິສ, ທ່ານ ບິລ ເກດສ໌ ມະຫາເສດຖີຜູ້ກໍ່ຕັ້ງບໍລິສັດໄມໂຄຣຊອຟ, ທ່ານ ມາຣ ຊັດເຄີຣເບຣີກ ໄດ້ຄະແນນສຽງ “ເຢສ” ໄປຄົນລະ 3%

ຂ່າວລະບຸວ່າ ທ່ານ ດູແຕຣເຕ ໄດ້ຮັບຄວາມສົນໃຈຈາກນານາຊາດໃນເລື່ອງການເຮັດສົງຄາມປາບປາມຢາເສບຕິດຂອງລັດຖະບານຟິລິປິນພາຍໃຕ້ການນຳຂອງເຂົາ

ທັງນີ້ການຈັດອັນດັບ 100 ບຸກຄົນຜູ້ມີອິດທິພົນທີ່ສຸດໃນໂລກຢ່າງເປັນທາງການທີ່ຄັດເລືອກໂດຍໜ່ວຍງານບັນນາທິການຂອງສາລະສານໄທມ໌ເອງ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...