Homeຂ່າວຕ່າງປະເທດຈີນປ່ອຍຍານຂົນສົ່ງສິນຄ້າ “ທຽນໂຈ-1” ສໍາເລັດ ຕັ້ງເປົ້າສະຖານີອະວະກາດນອກໂລກປີ 2022

ຈີນປ່ອຍຍານຂົນສົ່ງສິນຄ້າ “ທຽນໂຈ-1” ສໍາເລັດ ຕັ້ງເປົ້າສະຖານີອະວະກາດນອກໂລກປີ 2022

Published on

ສຳນັກຂ່າວຊິນຫົວຂອງຈີນລາຍງານເມື່ອວັນທີ 20 ເມສາ 2017 ຜ່ານມາວ່າ ທາງຈີນໄດ້ປ່ອຍຍານອະວະກາດຂົນສົ່ງສິນຄ້າ ຫຼືຄາໂກ້ ຂຶ້ນສູ່ຍານອະວະກາດ ເຊິ່ງຕັ້ງເປົ້າໝາຍ ທີ່ຈະສ້າງສະຖານີອະວະກາດນອກໂລກ ໃຫ້ໄດ້ໃນຊ່ວງປີ 2022

ຍານອະວະກາດທຽນໂຈ-1 ຖືກປ່ອຍຂຶ້ນສູ່ອະວະກາດ ທີ່ຖານປ່ອຍຈະລວດເຫວິິນຊາງ ໃນມົນທົນໄຫ່ໜານ ຍານອະວະກາດດັ່ງກ່າວ ຈະເຂົ້າໄປຈອດທີ່ສະຖານີວິໄຈອະວະກາດທຽນກົງ-2 ຂອງຈີນ ເພື່ອສົ່ງເຊື້ອເພີງ ແລະເຄື່ອງ ພ້ອມກັບທໍາການວິໄຈ ອະວະກາດ ກ່ອນທີ່ຈະກັບລົງສູ່ໂລກ

ຈີນຕັ້ງເປົ້າທີ່ຈະສ້າງ ສະຖານີອະວະກາດ ໃຫ້ໄດ້ໃນປີ 2022  ເຊິ່ງຄາດວ່າ ຈະໃຊ້ເວລາຕໍ່ຈາກນັ້ນຢ່າງໜ້ອຍ 10 ປີ ໃນການດຳເນີນການ ໂດຍການປ່ອຍຍານຂົນສົ່ງສິ່ງຂອງຄັ້ງທຳອິດນີ້ ຈະເປັນຄັ້ງສຳຄັນ ທີ່ຈະຊ່ວຍການຮັກສາ ແລະສ້ອມແຊມສະຖານີອະວະກາດໃນພາຍໜ້າ ເຊິ່ງຖ້າບໍ່ມີຍານອະວະກາດສົ່ງເຄື່ອງແລ້ວ ສະຖານີອະວະກາດຈະສູນເສຍພະລັງງານ ແລະເຄື່ອງໃຊ້ຈຳເປັນ ເຊິ່ງຈະເຮັດໃຫ້ຕົກລົງສູ່ໂລກກ່ອນເວລາທີ່ກຳນົດ

ສຳລັບ ທຽນໂຈ-1 ເປັນຍານອະວະກາດຂົນສົ່ງສິນຄ້າຂະໜາດຄວາມຍາວ 9 ແມັດ ກວ້າງ 3 ແມັດ ສາມາດບັນຈຸສິນຄ້າໄດ້ຫຼາຍເຖິງ 6,500 ກິໂລກຣາມ ຖືກອອກແບບໃຫ້ສາມາດເຕີມເຊື້ອເພີງ ແລະສະບຽງແກ່ຫ້ອງປະຕິບັດການທາງອາກາດ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...