spot_img
Homeຂ່າວພາຍ​ໃນລັດອອກຂໍ້ຫ້າມ 10 ຂໍ້ສຳລັບພະນັກງານ ແລະລັດຖະກອນຂະແໜງການເງິນ

ລັດອອກຂໍ້ຫ້າມ 10 ຂໍ້ສຳລັບພະນັກງານ ແລະລັດຖະກອນຂະແໜງການເງິນ

Published on

ວຽກງານຂະແໜງການເງິນ ເປັນວຽກງານທີ່ຫລໍ່ແຫລມ ຕິດພັນກັບເສດຖະກິດ, ປັດຈຸບັນພັກ-ລັດຖະບານ ກໍຄືກະຊວງການເງິນ ກຳລັງສຸມໃສ່ການຈັດຕັ້ງປະຕິບັດ ການຈັດເກັບ ລາຍຮັບເຂົ້າງົບປະມານ ໂດຍສະເພາະໃນສົກປີ 2017 ລັດຖະບານໄດ້ຕັ້ງເປົ້າເກັບລາຍຮັບ ໃຫ້ໄດ້ທັງໝົດປະມານ 23.941 ຕື້ກີບ, ໃນນີ້ລາຍຮັບພາຍໃນ 21.463 ຕື້ກີບ ແລະ ແຜນລາຍຈ່າຍ ງົບປະມານທັງໝົດ 32.402 ຕື້ກີບ, ຄາດຄະເນເງິນຂາດດຸນທັງໝົດ 8.461 ຕື້ກີບ. ສະນັ້ນ, ກະຊວງ​ການ​ເງິນ ຈຶ່ງ​ໄດ້​ອອກຂໍ້ຫ້າມ ແລະ ວິໄນຂອງພະນັກງານ-ລັດຖະກອນ ຂະແໜງການເງິນ ເພື່ອ​ຄວາມ​ເປັນ​ແບບ​ຢ່າງ​ ຂອງ​ພະ​ນັກ​ງານ-ລັດ​ຖະ​ກອນ, ສະ​ກັດ​ກັ້ນຕ້ານ​ພະ​ຍາດ​ອາດ​ຍາ​ສິດ ແລະປະ​ກົດ​ການ​ຫຍໍ້​ທໍ້​ຕ່າງໆ​ ທີ່​ເກີດ​ຂຶ້ນ​ທົ່ວ​ຂະ​ແໜງ​ການ​ເງິນ

ເພື່ອບັນລຸເປົ້າໝາຍ ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບປະມານ​ ແຫ່ງ​ຊາດ ທັງເປັນການສະກັດກັ້ນ​ແລະ ຕ້ານການສໍ້ລາດບັງຫລວງ, ຫລີກລ້ຽງຈາກຫາງສຽງສັງຄົມ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ອອກຂໍ້ຕົກລົງສະບັບເລກທີ 1124/ກງ, ລົງວັນທີ 10 ເມສາ 2017 ວ່າດ້ວຍຂໍ້ຫ້າມ ແລະ ວິໄນ ຂອງພະນັກງານ-ລັດຖະກອນຂະແໜງການເງິນ ນັບແຕ່ສູນການຮອດທ້ອງຖິ່ນ ​ເຊິ່ງ​ລວມມີ 10 ຂໍ້ມຫ້າມ ​ເຊັ່ນ:

  1. ຫ້າມ​ສ້າງ ແລະ ລາຍ​ງານ​ຂໍ້​ມູນ​ທີ່​ບໍ່​ຖືກ​ຕ້ອງ ແລະ ບໍ່​ມີ​ມູນ​ຄວາມ​ຈິງ, ສ້າງ​ກຸ່ມ​ກ້ອນ, ປັ່ນ​ປ່ວນແບ່ງ​ແຍກ​ຄວາມ​ສາ​ມັກຄີ​ພາຍ​ໃນ ກໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍ ​ຕໍ່​ການ​ຈັດ​ຕັ້ງຫລືບຸກ​ຄົນ​ອື່ນ
  2. ຫ້າມ​ສົມ​ຮູ້​ຮ່ວມ​ຄິດ ເຊຶ່ອ​ງ​ອຳການ​ກະ​ທຳ​ຜິດ​ຂອງ​ຜູ້​ລະ​ເມີດ​ກົດ​ໝາຍ ແລະ ລະ​ບຽບ​ການ​ກ່ຽວ​ກັບ​ພາ​ສີ, ສ່ວຍ​ສາ​ອາ​ກອນ, ຊັບ​ສິນ​ຂອງ​ລັດ, ທີ່​ດິນ, ງົບ​ປະ​ມານ​ຂອງ​ລັດ ແລະ ກົດ​ ໝາຍ​ລະ​ບຽບ​ການ​ອື່ນ ຂອງ​ຂະ​ແໜງ​ການ​ເງິນ
  3. ຫ້າມ​ສ້າງ​ຄວາມ​ຫຍຸ້ງ​ຍາກ, ທ່ວງ​ດຶງ, ແກ່​ຍາວ​ເວ​ລາ ​ໃນການ​ຄົ້ນ​ຄວ້າ​ແກ້​ໄຂ​ເອ​ກະ​ສານ​ຕ່າງໆ​ ເພື່ອ​ທວງ​ເອົາ, ຂໍ​ເອົາ​ສ່ວນ​ແບ່ງໂດຍ​ທາງ​ກົງ ຫລື ທາງ​ອ້ອມ ເພື່ອ​ຫາ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ, ຄອບ​ຄົວ, ຍາດ​ພີ່​ນ້ອງ, ຈຸ້ມ​ເຈື້ອ, ພັກ​ພວກ ຫລື ​ໝູ່​ຄະ​ນະ
  4. ຫ້າມ​ເປັນ​ນາຍ​ໜ້າ, ເປັນ​ທີ່​ປຶກ​ສາ​ບັນ​ຊີ, ຫົວ​ໜ້າ​ບັນ​ຊີໃຫ້​ແກ່​ການ​ເຄື່ອນ​ໄຫວ ​ທຸ​ລະ​ກິດ, ການ​ດຳ​ເນີນ​ຄະ​ດີ, ສ້າງ​ຄວາມ​ເຄື່ອນ​ໄຫວ​ອຳ​ນວຍ​ຄວາມ​ສະ​ດວກ​ ໃຫ້​ແກ່​ບຸກ​ຄົນ, ນິ​ຕິ​ບຸກ​ຄົນ​ເພື່ອ​​ເຄື່ອນໄຫວ​ຄ້າ​ຂາຍ​ເຖຶ່ອນ, ຫລົບ​ຫລີກ​ເຊຶ່ອງ​ອຳ​​ຄ່າພາ​ສີ-ອາ​ກອນ-ອາ​ກອນ, ຊັບ​ສິນ​ຂອງ​ລັດ ແລະ ​ອື່ນ​ໆ​ ທີ່​ຜິດ​ກົດ​ໝາຍ ແລະ ລະ​ບຽບ​ການ
  5. ຫ້າມ​ປອມ​ແປງ​ເ​ອ​ກະ​ສານ, ຖານ​ຂໍ້​ມູນ, ໃບ​ຮັບ (ເກັບ) ເງິນ​ອາ​ກອນ, ພາ​ສີ, ຊັບ​ສິນ, ຄັງ​ເງິນ ແລະ ອື່ນໆ, ນຳ​ໃຊ້​ເອ​ກະ​ສານ​ປອມ​ແປງ ​ເພື່ອ​ຫາ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ, ຄອບ​ຄົວ, ຍາດ​ພີ່​ນ້ອງ, ຈຸ້ມ​ເຈື້ອ ຫລື ໝູ່​ຄະ​ນະ
  6. ຫ້າມ​ປົກ​ປິດສົມ​ຮູ້​ຮ່ວມ​ຄິດເຊຶ່ອງ​ອຳ​ຂໍ້​ມູນ, ຫລັກ​ຖານ ຫລື ບົດ​ລາຍ​ງານ​ການ​ເງິນ, ດ້ານ​ຈຳ​ນວນ, ປະ​ເພດ, ຊະ​ນິດ, ບໍ​ລິ​ມາດ, ຈັດ​ເລກ​ລະ​ຫັດ, ແຫລ່ງ​ກຳ​ເນີດ, ມູນ​ຄ່າ​ແຈ້ງ​ສິນ​ຄ້າ​ເຄື່ອງ​ຂອງ, ເກັບ​ລາຍ​ຮັບ​ແລ້ວ​ບໍ່​ມອບ, ມອບ​ບໍ່​ຄົບ​ຖ້ວນ ຫລື ມອບ​ບໍ່​ທັນ​ກຳ​ນົດ​ ເວ​ລາ​ເພື່ອ​ອຳ​ນວຍ​ໃຫ້​ນັກ​ທຸ​ລະ​ກິດ​ ແບ່ງ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ, ບຸກ​ຄົນ ຫລື ນິ​ຕິ​ບຸກ​ຄົນ, ຄອບ​ຄົວ, ຍາດ​ພີ່​ນ້ອງ, ຈຸ້ມ​ເຈື້ອ, ພັກ​ພວກໝູ່​ຄະ​ນະ
  7. ຫ້າມ​ໃຫ້​ສິນ​ບົນ​ຜູ້​ອື່ນ, ຮັບ​ສິນ​ບົນ, ທວງ​ເອົ​າ, ຂໍ​ເອົາ​ສ່ວນ​ແບ່ງ (ເປີ​ເຊັນ) ເປັນ​ວັດ​ຖຸ​, ເງິນ​ຄຳ ​ຕ່າງ​ໆ ​ໃນ​ທຸກ​ຮູບ​ແບບ​ຈາກ​ນັກ​ທຸ​ລະ​ກິດ ແລະ ຜູ້ປະ​ກອບ​ການ​ອື່ນໆ, ເພື່ອ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ, ຄອບ​ຄົວ, ຍາດ​ພີ່​ນ້ອງ, ຈຸ້ມ​ເຈື້ອ, ພັກ​ພວກ ຫລື​ ໝູ່​ຄະ​ນະ
  8. ຫ້າມ​ຍັກ​ຍອກ, ສໍ້​ໂກງ​ເອົາ​ຊັບ​ສິນ, ​ເງິນ​ຄຳ​ຂອງ​ລັດ, ລວມ​ໝູ່, ຂອງ​ປະ​ຊາ​ຊົນ ແລະ ນຳ​ໃຊ້​ງົບ​ປະ​ມານ​ຊັບ​, ສິນ​ຂອງ​ລັດລວມ​ໝູ່ ຫລື ປຸກ​ລະ​ດົມ​ການ​ອຸ​ປະ​ຖຳ​ ໃນ​ຮູບ​ແບບ​ຕ່າງໆ ເພື່ອ​ເອົາ​ໄປ​ເຮັດ​ຂອງ​ຂວັນ​ຂອງ​ຕ້ອນ ​ເພື່ອ​ຮັບ​ໃຊ້​ຜົນ​ປະ​ໂຫບດ​ສ່ວນ​ຕົວ, ຄອບ​ຄົວ, ຍາດ​ພີ່​ນ້ອງ, ຈຸ້ມ​ເຈື້ອ, ພັກ​ພວກ ຫລື​ ໝູ່​ຄະ​ນະ
  9. ຫ້າມສວຍໃຊ້ໜ້າທີ່ ໃນການຕົກລົງ, ປອມແປງມາດຖານເຕັກນິກ, ບໍລິມາດ, ລາຄາຫົວໜ່ວຍ, ການປະມູນ, ການຈັດຊື້-ຈັດຈ້າງ, ສັນຍາສໍາປະທານ, ​ສັນຍາຮ່ວມທຶນ, ສັນຍາປ່ອຍກູ້, ໜັງສືຄ້ຳປະກັນ, ສັນຍາເຊົ່າກິດຈະການ, ຊັບສິນ, ລົງລາຍເຊັນຢັ້ງຢືນເອກະສານ ທີ່ບໍ່ມີຕົວຕົນ ແລະ ເອກະສານທາງລັດຖະການອື່ນໆ ທີ່ບໍ່ຖືກຕ້ອງຕາມກົດໝາຍ, ລະບຽບການ ເພື່ອຜົນປະໂຫຍດສ່ວນຕົວ, ຄອບຄົວ, ຍາດພີ່ນ້ອງ, ຈຸ້ມເຈື້ອ, ພັກພວກ ຫລື ໝູ່ຄະນະ
  10. ຫ້າມປະຕິເສດຕໍ່ຂໍ້ຕົກລົງ ກ່ຽວກັບການມອບໝາຍໜ້າທີ່, ຊັບຊ້ອນວຽກງານ, ຫ້າມເລືອກວຽກ

ນອກຈາກບັນດາຂໍ້ຫ້າມທີ່ໄດ້ລະບຸໄວ້ຂ້າງເທິງນີ້  ຕ້ອງໄດ້ປະຕິບັດຕາມຂໍ້ຫ້າມທີ່ກໍານົດໄວ້ ໃນກົດໝາຍ ແລະ ລະບຽບການອື່ນໆ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ຮູບພາບ: ຈາກອິນເຕີເນັດ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...