Homeຂ່າວຕ່າງປະເທດນັກທ່ອງທ່ຽວແຫ່ຊົມ ນໍ້າກ້ອນຂະໜາດໃຫຍ່ ເຄື່ອນມາໃກ້ຝັ່ງແຄນນາດາ

ນັກທ່ອງທ່ຽວແຫ່ຊົມ ນໍ້າກ້ອນຂະໜາດໃຫຍ່ ເຄື່ອນມາໃກ້ຝັ່ງແຄນນາດາ

Published on

ບີບີຊີລາຍງານ ເມື່ອວັນທີ 19 ເມສາ 2017 ຜ່ານມາວ່າ ລັດນິວຟັນແລນ ປະເທດແຄນນາດາ ກຳລັງກາຍເປັນຈຸດດຶງດູດນັກທ່ອງທ່ຽວ ຫຼັງຈາກມີພູນໍ້າກ້ອນຂະໜາດໃຫຍ່ ເຄື່ອນຜ່ານຊ່ອງແຄບລະຫວ່າງເກາະນິວຟັນແລນ ກັບເມືອງລາບຣາດໍ ທີ່ຢູ່ເທິງແຜ່ນດິນໃຫຍ່ແຄນນາດາ ເຊິ່ງເປັນຊ່ອງແຄບທີ່ຮູ້ຈັກກັນດີໃນຊື່ “ຊ່ອງພູນໍ້າກ້ອນ” ຫຼື “ໄອເບຣີກ ອັລລີ” ໂດຍປາກົດວ່າມີ ນັກທ່ອງທ່ຽວພາກັນໄປຖ່າຍຮູບ ກັບພູນໍ້າກ້ອນຂະໜາດໃຫຍ່ນັ້ນຈຳນວນຫຼາຍ

ກ້ອນນໍ້າກ້ອນຂະໜາດໃຫຍ່ນີ້ ຖືເປັນກ້ອນນ້ຳກ້ອນທຳອິດຂອງລະດູການນີ້ ແລະຖືວ່າເປັນກ້ອນນໍ້າກ້ອນທີ່ໃຫຍ່ຫຼາຍ ຈຶ່ງເປັນໂອກາດດີຂອງຄົນໃນພື້ນທີ່ ທີ່ຈະໄດ້ເຫັນກ້ອນນໍ້າກ້ອນ ທີ່ມີຂະໜາດໃຫຍ່ແບບນີ້

ບົດຄວາມຫຼ້າສຸດ

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 40,570 ໂດລາສະຫະລັດ ໃນ “ໂຄງການກໍ່ສ້າງລະບົບນໍ້າລິນບ້ານນາປັນແຂວງຊຽງຂວາງ” ພາຍໃຕ້​ໂຄງ​ການ​ຊ່ວຍເຫຼືອລ້າ​ຂັ້ນ​ຮາກ​ຖານ (GGP).

ພິທີເຊັນສັນຍາໃນຄັ້ງນີ້ແມ່ນການສະໜັບສະໜູນທຶນຮອນ ເພື່ອກໍ່ສ້າງລະບົບນໍ້າລິນທີ່ບ້ານນາປັນແຂວງຊຽງຂວາງ ໂດຍມີເປົ້າໝາຍເພື່ອປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສາມາດເຂົ້າເຖິງແຫຼ່ງນໍ້າທີ່ສະອາດ ແລະ ຖືກສຸຂະອະນາໄມ. ໃນພິທີເຊັນສັນຍາ ພະນະທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ​...

ການເອົາຈວຍມາຕັ້ງຈອງບ່ອນຈອດລົດແຄມທາງ ຜິດກົດໝາຍຈະລາຈອນ ຖືກປັບໄໝ ແລະ ປິດກິດຈະການ.

ຕາມກົດໝາຍຂອງ ສປປ ລາວ, ການກະທຳທຸກຮູບແບບທີ່ເປັນການ ຢຶດຄອງ, ນຳໃຊ້ ຫຼື ວາງສິ່ງກີດຂວາງ ຢູ່ເທິງທາງຫຼວງ ແລະ ເຂດສະຫງວນທາງຫຼວງ (ລວມທັງໜ້າທາງ, ທາງຍ່າງ, ແລະ...

ອັດຕະປື ພົບຜູ້ປະລະການຮຽນ 5,000 ກວ່າຄົນ ພ້ອມເລັ່ງຊຸກຍູ້ສູ່ຕະຫຼາດແຮງງານ

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫລຸບວຽກງານຈຸດບໍລິການຈັດຫາງານພາຍໃນ ແລະ ແກ້ໄຂບັນຫາຂາດແຮງງານຂອງແຂວງອັດຕະປື 6 ເດືອນຕົ້ນປີ 2026 ແລະ ແຜນສືບແກ້ໄຂບັນຫາການຂາດແຄນແຮງງານ ແລະ...