Homeຂ່າວເຫດການຜູ້ໂດຍສານເລົ່າຄວາມທຸກ ເມື່ອລົດເມປ່ຽນຈຸດໝາຍກາງທາງ

ຜູ້ໂດຍສານເລົ່າຄວາມທຸກ ເມື່ອລົດເມປ່ຽນຈຸດໝາຍກາງທາງ

Published on

ເລື່ອງມີຢູ່ວ່າ ວັນທີ 16/4/2016 ມີລົດເມວຽງຈັນ – ສາລະວັນ (ລົດເມນອນ) ປ້າຍ ບກ 0333 ອອກຈາກຄິວສາຍໃຕ້ ເວລາ 8:30 ນາທີ(ຕອນແລງ) ມີຜູ້ໂດຍສານປະມານ 20 ຄົນ ເປັນຂອງບໍລິສັດ ສີທອນພວງປະເສີດ (ຕາມປີ້). ໃນນັ້ນ ມີຜູ້ໂດຍສານທີ່ຈະເດີນທາງໄປປາກເຊ 8 ຄົນ, 2 ຄົນ ຂຶ້ນລົດຢູ່ຄິວສາຍໃຕ້ (ຕົ້ນທາງ) ອີກ 6 ຄົນ ຂຶ້ນຢູ່ ບໍລິຄຳໄຊ ຄຳມ່ວນ ແລະ ສະຫວັນນະເຂດ (ເຊໂນ). ຕອນອອກຈາກຄິວ ລົດຄັນນີ້ໄສ່ປ້າຍໜ້າລົດວ່າ ປາກເຊ ແຕ່ພໍມາຮອດນາປົ່ງ (ສາລະວັນ) ເວລາ 6 ໂມງ ເຊົ້າ ລົດຄັນນີ້ຈອດຢູ່ທາງແບ່ງ 20 ນາທີ ຂພຈ ຈຶ່ງລົງໄປຖາມໂຊເຟີລົດວ່າ ເປັນຫຍັງຄືຈອດ ໃສວ່າຊິຮອດປາກເຊ 6 ໂມງ ຕາມທີ່ຕອບກ່ອນໜ້ານີ້. ໂຊເຟີ ຕອບວ່າ ຂ້ອຍຖ້າຕໍ່ລົດໃຫ້ໄປປາກເຊ ແລະ ຫຼາຍຄົນໄປຖາມສໍ້ ໂຊເຟີລົດຈຶ່ງພາຜູ້ໂດຍສານທັງ 8 ໄປຈອດຢູ່ຄິວລົດສອງແຖວ ແລະໃຫ້ລົງລົດ ແລະ ໄປຈ້າງລົດສອງແຖວເພື່ອໄປສົ່ງຢູ່ປາກເຊ! ເວນກຳ! ໂຊເຟີລົດເມ ໃຫ້ເງິນຄົນຂັບລົດສອງແຖວແຕ່ 150,000 ກີບ ແລະ ຂັບລົດເຂົ້າສາລະວັນເສີຍ. ຄົນຂັບລົດສອງແຖວ ບໍ່ຍອມອອກຈາກຄິວ ໂດຍໃຫ້ເຫດຜົນວ່າ ການອອກຄິວຕ້ອງແມ່ນ 200,000 ກີບ ຜູ້ໂດຍສານທັງ 8 ຄົນ ຕ້ອງໄດ້ເກັບກັນອີກ 50,000 ກີບ ໃຫ້ລາວ ຈຶ່ງອອກເວລາ 6:45 ນາທີ ແລະ ຮອດປາກເຊ ເວລາ 8:45 ນາທີ ສະຫຼຸບໃຫ້ຟັງສັ້ນໆວ່າ ລົດໂດຍສານຄັນນີ້ໂກງຜູ້ໂດຍເຊິ່ງໜ້າ 20 ຄົນ ເຊິ່ງເຮັດໃຫ້ພວກຂ້າພະເຈົ້າເສຍເວລາ, ເສຍເງິນເພິ່ມ ແລະ ເສຍຄວາມຮູ້ສຶກ…. ພາກສ່ວນທີ່ກ່ຽວຂ້ອງ ເຊັ່ນ ເຈົ້າຂອງລົດ, ບໍລິສັດຕົ້ນສັງກັດ, ເຈົ້າຂອງຄິວ ແລະ ພາກລັດ (ໂຍທາທິການ-ຂົນສົ່ງ) ຄວນຈະຕ້ອງໄດ້ແກ້ໄຂ ເພື່ອບໍ່ໃຫ້ເຫດການແບບນີ້ອີກຕໍ່ໄປ.
ໝາຍເຫດ: ຂພຈ ໄດ້ໂທຫາບໍລິສັດນີ້ ເພື່ອແຈ້ງເຫຕການ ແລະ ໄດ້ໂທຫາປະທານສະມາຄົມລົດຂົນສົ່ງສາລະວັນ ເພື່ອຮັບເລື່ອງຮ້ອງທຸກແລ້ວ.

ແນວໃດກໍຕາມ, ຜູ້ໂດຍສານຄົນດັ່ງກ່າວໄດ້ເວົ້າສົ່ງທ້າຍວ່າ: ນະໂຍບາຍແບບນີ້ຄົງຈະບໍ່ມີບໍລິສັດໃດເຮັດ ເຫດການທີ່ເກີດຂຶ້ນອາດຈະເປັນການປະພຶດເອງຂອງໂຊເຟີລົດກັບແອັດລົດກໍໄດ້.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...