Homeຂ່າວເຫດການທ່ານ ສອນໄຊ ສີພັນດອນ ເຄື່ອນໄຫວຢ້ຽມຢາມ ແລະພົບປະພະນັກງານການນຳ ແຂວງຜົ້ງສາລີ

ທ່ານ ສອນໄຊ ສີພັນດອນ ເຄື່ອນໄຫວຢ້ຽມຢາມ ແລະພົບປະພະນັກງານການນຳ ແຂວງຜົ້ງສາລີ

Published on

ໃນວັນທີ 12 ເມສາ 2017 ຜ່ານມາ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມ ແລະພົບປະພະນັກງານການນຳ ຢູ່ແຂວງຜົ້ງສາລີ ເຊິ່ງມີ ທ່ານ ຄຳເຈນ ວົງໂພສີ ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍບັນດາຄະນະນຳແຂວງ ແລະ ພະນັກງານຫຼັກແຫຼ່ງ ໃຫ້ການຕ້ອນຮັບ

ໃນການພົບປະຄັ້ງນີ້ ທ່ານຄຳເຈນ ວົງໂພສີ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງແຂວງ ໃນໄລຍະ 1 ປີທີ່ຜ່ານມາ, ເຊິ່ງໃນປີ 2017 ລັດຖະບານ ໄດ້ອະນຸມັດໂຄງການລົງທຶນຂອງລັດ ທັງໝົດ 144 ໂຄງການ ມູນຄ່າກວ່າ 61 ຕື້ກີບ, ສາມາດດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ໄດ້ 97 ໂຄງການ ມູນຄ່າ 277 ກວ່າລ້ານໂດລາສະຫະລັດ, ເອົາໃຈໃສ່ເຂົ້າໃນການປັບປຸງຍົກລະດັບເສັ້ນທາງຄົມມະນາຄົມ, ການສື່ສານ ແລະ ລະບົບຕາໜ່າງໄຟຟ້າ; ດ້ານງົບປະມານ ສາມາດເກັບລາຍຮັບໄດ້ກວ່າ 16 ຕື້ກີບ; ເປັນເຈົ້າການໃນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ, ດ້ານການຜະລິດເປັນສິນຄ້າ ກໍ່ໄດ້ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍ 6 ທາງອອກ ໂດຍການເຂົ້າຮ່ວມຂອງທຸກພາກສ່ວນ ເສດຖະກິດ ຄື: ທາງອອກໃນການຜະລິດກະສິກຳເນີນສູງ, ທາງອອກໃນການປະມົງ ຕາມອ່າງຮັບນ້ຳຂອງເຂື່ອນໄຟຟ້າ ແລະ ສາຍນ້ຳຕ່າງໆ; ທາງອອກໃນການດຳເນີນອຸດສາຫະກຳປຸງແຕ່ງ ຜະລິດຕະພັນກະສິກຳ-ປ່າໄມ້, ແຮ່ທາດ ແລະ ຫັດຖະກຳທີ່ເປັນມູນເຊື້ອ; ທາງອອກດ້ານການບໍລິການທົ່ວໄປ; ທາງອອກດ້ານການທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ; ແລະ ທາງອອກດ້ານການຄ້າຊາຍແດນ. ດ້ານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແມ່ນ ເຮັດໃຫ້ບ້ານທຸກຍາກຫຼຸດລົງເຫຼືອ 363 ບ້ານ ກວມ 69,27% ຂອງບັນດາບ້ານໃນທົ່ວແຂວງ ແລະ ຄອບຄົວທຸກຍາກຍັງເຫຼືອ 10.800 ກວ່າຄອບຄົວ ກວມ 25,33% ຂອງຄອບຄົວທັງໝົດ. ຄາດວ່າປີ 2017 ການຂະຫຍາຍຕົວທາງດ້ານເສດຖະກິດ ຈະບໍ່ຫຼຸດ 7%.

ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານການພັດທະນາ, ການຊີ້ນຳ-ນຳພາ ຂອງການນໍາແຂວງ-ເມືອງ ແລະທ່ານຍັງໄດ້ເນັ້ນບາງບັນຫາ ທີ່ແຂວງຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ ເປັນຕົ້ນ ນຳໃຊ້ບັນດາວິສາຫະກິດພາຍໃນແຂວງ ທີ່ເປັນຖານເສດຖະກິດ ເພື່ອເປັນຂົວຕໍ່ຊອກຫາຕະຫຼາດ ອັນຈະນຳໄປສູ່ການຊຸກຍູ້ສົ່ງເສີມ ແລະ ເປີດກວ້າງການຜະລິດ ສ້າງເງື່ອນໄຂໃຫ້ມີການຈັດຕັ້ງກຸ່ມການຜະລິດ, ຊຸກຍູ້ການຜະລິດເປັນສິນຄ້າ ແລະ ສະບຽງອາຫານ ຕອບສະໜອງໃຫ້ແກ່ບັນດາໂຄງການໃຫຍ່ໆພາຍໃນແຂວງ, ເອົາໃຈໃສ່ປົກປັກຮັກສາເຄື່ອງປ່າຂອງດົງ ເພື່ອການຜະລິດທີ່ຍືນຍົງ; ສຸມໃສ່ບັນຫາດ້ານແຮງງານຕ່າງປະເທດ ໃຫ້ເຂົ້າສູ່ລະບຽບກົດໝາຍຂອງ ສປປ ລາວ ແລະ ສ້າງແຮງງານລາວ ໃຫ້ໄດ້ຄຸນນະພາບ, ມີວິໄນ ແລະ ປະຕິບັດລະບອບລະບຽບການເຮັດວຽກ ຢ່າງເຂັ້ມງວດ; ເອົາໃຈໃສ່ຈັດຕັ້ງປະຕິບັດຄຳສັ່ງເລກທີ 27/ນຍ ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ສື່ສັງຄົມອອນລາຍ; ສົມທົບກັບທຸກພາກສ່ວນເສດຖະກິດ ຊຸກຍູ້ສົ່ງເສີມໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ຫັນມາທຳການຜະລິດ ແລະ ສ້າງອາຊີບທີ່ຍືນຍົງ ຕິດພັນກັບການພັດທະນາພື້ນຖານໂຄງລ່າງ ແລະ ວຽກງານ 3 ສ້າງ; ດ້ານການປົກຄອງ ກໍ່ໃຫ້ກວດກາກ່ຽວກັບພາລະບົດບາດ ແລະ ໜ້າທີ່ຂອງແຕ່ລະພະແນກການ ທີ່ໄດ້ມີການຊັບຊ້ອນວຽກງານຄືນໃໝ່; ເອົາໃຈໃສ່ສືບຕໍ່ປະຕິບັດບັນດານິຕິກຳ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ວາງອອກແຕ່ລະໄລຍະ; ເພີ່ມທະວີ ວຽກງານຫ້ອງວ່າການ ໃນການເປັນເສນາທິການ ຕິດຕາມກວດກາ ແລະ ປະສານງານ ບັນດາວຽກງານຊ່ວຍການນຳຂອງແຂວງ, ຫັນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍລະບຽບກົດໝາຍ; ສືບຕໍ່ການພົວພັນຮ່ວມມື ແລະ ປຸກລະດົມການຊ່ວຍເຫຼືອ ຈາກບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມຍຸດທະສາດ; ດ້ານວຽກງານພັກ ແລະ ພະນັກງານ ແມ່ນຕ້ອງໄດ້ສຸມໃສ່ຈັດຕັ້ງຮ່ຳຮຽນ ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ໃຫ້ເຂົ້າສູ່ຊີວິດຕົວຈິງ.

ແຫຼ່ງຂ່າວ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...