Homeອຸບັດເຫດແລະປາກົດການຫຍໍ້ທໍ້ໄຊຊະນະ ຈະເອົາຊີວິດລອດຫຼືບໍ່ລອດ ເມື່ອຜູ້ກ່ຽວປິ້ນຄວາມມາປະຕິເສດທຸກຂໍ້ກ່າວຫາ

ໄຊຊະນະ ຈະເອົາຊີວິດລອດຫຼືບໍ່ລອດ ເມື່ອຜູ້ກ່ຽວປິ້ນຄວາມມາປະຕິເສດທຸກຂໍ້ກ່າວຫາ

Published on

ທ້າວ ໄຊຊະນະ ແກ້ວພິມພາ ຖືກຕຳຫຼວດຊຸດປາບປາມຢາເສບຕິດຂອງໄທຈັບກຸມ ໃນວັນທີ 19 ມັງກອນ 2017 ທີ່ສະໜາມບິນສາກົນສຸວັນນະພູມ ປະເທດໄທ ໃນຂໍ້ຫາຮ່ວມກັນຄ້າຢາເສບຕິດ ປະເພດຢາບ້າຈຳນວນ 1,200,000 ເມັດ ເຊິ່ງມາຮອດປັດຈຸບັນນີ້ເປັນເວລາ 3 ເດືອນເຕັມ ທີ່ຜູ້ກ່ຽວຖືກຈັບຄຸມໂຕ.

ຕາມຄຳຟ້ອງຂອງໄອຍະການ ເມື່ອວັນທີ 30 ກັນຍາ 2016 ຈຳເລີຍພ້ອມພວກ ໄດ້ຮ່ວມກັນເອົາຢາບ້າຈາກ ສປປ ລາວ ຊຸກເຊື່ອງໄວ້ໃນລົດຜ່ານດ່ານວຽງຈັນ-ໜອງຄາຍ ເຂົ້າໄປໃນໄທ. ວັນທີ 1 ຕຸລາ 2016 ຕຳຫຼວດສາມາດຈັບເຄືອຂ່າຍຈຳເລີຍ ພ້ອມທັງຢຶດຢາບ້າຂອງກາງ ແລະຂະຫຍາຍຜົນການຈັບກຸມ ກ່ອນຈະສາມາດຈັບກຸມຈຳເລີຍໄດ້ ໃນວັນທີ 19 ມັງກອນ 2017 ທີ່ສະໜາມບິນສາກົນ ສຸວັນນະພູມ ປະເທດໄທ ເຊິ່ງໃນຊັ້ນສອບສວນນັ້ນ ຈຳເລີຍໄດ້ຮັບສາລະພາບ.

ຫຼ້າສຸດມື້ວານນີ້ ວັນທີ 18 ເມສາ 2017 ສານອາຍາຂອງໄທ ໄດ້ເບີກໂຕທ້າວໄຊຊະນະ ແລະອ່ານຂໍ້ກ່າວຫາໃຫ້ຟັງເຂົ້າໃຈທຸກປະການ ຈາກນັ້ນ ທ້າວໄຊຊະນະ ໄດ້ຖະແຫຼງໃຫ້ການປະຕິເສດທຸກຂໍ້ກ່າວຫາ ໂດຍຈັດຄຳຖະແຫຼງເປັນລາຍລັກອັກສອນສະເໜີຕໍ່ສານພິຈາລະນາ.

ທ່ານ ວໍລະກອນ ພົງທະນາກອນ ທະນາຍຄວາມຂອງ ທ້າວ ໄຊຊະນະ ກ່າວວ່າ: ຕົນເອງຮູ້ສຶກໜັກໃຈພໍສົມຄວນ ເນື່ອງຈາກຄະດີມີໂທດສູງສຸດເຖິງຂັ້ນປະຫານຊີວິດ ແຕ່ກໍຈະຂໍສູ້ຄະດີໃຫ້ເຖິງທີ່ສຸດ. ພ້ອມທັງກ່າວວ່າ ທ້າວ ໄຊຊະນະ ມີຄວາມກັງວົນຢ່າງແຮງ ເນື່ອງຈາກບໍ່ເຄີຍຖືກໂທດມາກ່ອນ. ສ່ວນການຍື່ນຫຼັກຊັບປະກັນໂຕນັ້ນ ແມ່ນຈະຕ້ອງໃຫ້ຍາດພີ່ນ້ອງຂອງຜູ້ກ່ຽວເປັນຜູ້ດຳເນີນການ ເຊິ່ງຜູ້ກ່ຽວແລະຍາດພີ່ນ້ອງແມ່ນມີພູມລຳເນົາຢູ່ປະເທດລາວ.

ວິດີໂອຂ່າວຈາກ: ໄທພີບີເອັສ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...