spot_img
Homeຂ່າວທ້ອງຖິ່ນການກໍ່ສ້າງເຂື່ອນໄຟຟ້ານ້ຳອູ 7 ມີຄວາມຄືບໜ້າ 10%

ການກໍ່ສ້າງເຂື່ອນໄຟຟ້ານ້ຳອູ 7 ມີຄວາມຄືບໜ້າ 10%

Published on

ເມື່ອວັນທີ 19 ເມສາ 2017 ນີ້ ເຟສບຸກ ສຳໜັກຂ່າວສານປະເທດລາວ ລາຍງານວ່າ ການກໍ່ສ້າງເຂື່ອນໄຟຟ້ານ້ຳອູ 7 ມີຄວາມຄືບໜ້າ 10%, ຄາດວ່າໃນທ້າຍປີ 2017 ຈະໄດ້ມີການອວຍນ້ຳ ເພື່ອດຳເນີນການກໍ່ສ້າງໂຕເຂື່ອນ ແລະ ຈະສຳເລັດພາຍໃນປີ 2020. ຫລ້າສຸດ ອາທິດຜ່ານມາ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການເຂື່ອນໄຟຟ້ານ້ຳຕົກ ນ້ຳອູ-6 ແລະ ນ້ຳອູ-7 ທີ່ເມືອງ ແລະ ແຂວງຜົ້ງສາລີ ໂດຍມີ ທ່ານ ຄຳເຈນ ວົງໂພສີ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍບັນດາ ຄະນະນຳແຂວງ ແລະ ຄະນະຮັບຜິດຊອບໂຄງການ ໃຫ້ການຕ້ອນຮັບ.

ການຢ້ຽມຢາມຄັ້ງນີ້ ໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ແລະ ວຽກງານຈຸດສຸມ ຂອງໂຄງການເຂື່ອນໄຟຟ້ານ້ຳຕົກ ນ້ຳອູ-6 ແລະ ນ້ຳອູ-7 ເຊິ່ງເປັນ 2 ເຂື່ອນ ທີ່ນອນຢູ່ໃນໂຄງການກໍ່ສ້າງ ເຂື່ອນໄຟຟ້າຕາມສາຍນ້ຳອູ ແລະ ເປັນເຂື່ອນລະບົບຂັ້ນໄດ ໂດຍເປັນການລົງທຶນຮ່ວມ ລະຫວ່າງ ບໍລິສັດ ຊິໂນໄຮໂດຣ ແຫ່ງ ສປ ຈີນ ຖືຫຸ້ນ 85% ກັບລັດວິສາຫະກິດ ໄຟຟ້າລາວ ຖືຫຸ້ນ 15% ໃນຮູບແບບກໍ່ສ້າງ, ດຳເນີນງານ ແລະ ມອບໂອນຄືນໃຫ້ລັດຖະບານ (BOT) ໃນໄລຍະສຳປະທານ 29 ປີ ນັບຈາກມື້ຂາຍໄຟຟ້າເປັນທາງການ. ໃນນັ້ນ, ເຂື່ອນໄຟຟ້ານ້ຳອູ 6 ແມ່ນມີກຳລັງຕິດຕັ້ງ 180 ເມັກກາວັດ, ສາມາດຜະລິດ ພະລັງງານໄຟຟ້າໄດ້ 739 ກິກະວັດໂມງຕໍ່ປີ ຊຶ່ງສຳເລັດການກໍ່ສ້າງ ແລະ ຂາຍໄຟຟ້າ ມາແຕ່ທ້າຍປີ 2016 ມູນຄ່າການກໍ່ສ້າງ 380 ກວ່າລ້ານໂດລາສະຫະລັດ. ສ່ວນເຂື່ອນໄຟຟ້ານ້ຳອູ 7 ມີກຳລັງຕິດຕັ້ງ 210 ເມັກກາວັດ. ປັດຈຸບັນ ພວມດຳເນີນການກໍ່ສ້າງ ໄດ້ປະມານ 10%, ໃນທ້າຍປີ 2017 ຈະໄດ້ມີການອວຍນ້ຳ ເພື່ອດຳເນີນການກໍ່ສ້າງໂຕເຂື່ອນ ແລະ ຄາດວ່າຈະສຳເລັດ ແລະ ຂາຍໄຟຟ້າໄດ້ ໃນປີ 2020 ຊຶ່ງບັນດາເຂື່ອນນ້ຳອູເຫລົ່ານີ້ ລັດຖະບານລາວ ໄດ້ໃຫ້ຄວາມສຳຄັນ ເພື່ອຕອບສະໜອງໄຟ ຟ້າໃຫ້ແກ່ບັນດາແຂວງ ພາກເໜືອຂອງລາວ ອັນເປັນການປະກອບສ່ວນ ແລະ ຍົກລະດັບຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນໃຫ້ດີຂຶ້ນ ເທື່ອລະກ້າວ. ນອກຈາກນີ້, ທ່ານຮອງນາຍົກ ລັດຖະມົນຕີ ແລະ ຄະນະ ຍັງໄດ້ຮັບຟັງວຽກງານ ການຍົກຍ້າຍຈັດສັນ ແລະ ຄຸ້ມຄອງສິ່ງແວດລ້ອມ ໂດຍສະເພາະ ກໍ່ແມ່ນວຽກງານການຍົກຍ້າຍ ຈັດສັນທີ່ຢູ່ອາໄສ ແລະ ອາຊີບໝັ້ນທ່ຽງ ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການ, ການຊົດເຊີຍ, ການສຸມໃສ່ແກ້ບັນຫາ ສິ່ງເສດເຫລືອ ແລະ ການບຳບັດນ້ຳເປື້ອນ ໃນໄລຍະການກໍ່ສ້າງຂອງໂຄງການ, ການອະນາໄມໜ້າເຂື່ອນ ແລະ ສືບຕໍ່ສຸມໃສ່ ຊອກຫາອາຊີບທີ່ຍືນຍົງ ໃຫ້ແກ່ຄອບຄົວ ແລະ ຜູ້ທີ່ຖືກຜົນກະທົບ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ຍັງໄດ້ເນັ້ນໃຫ້ ຜູ້ຮັບຜິດຊອບໂຄງການ ຕ້ອງໄດ້ເອົາໃຈໃສ່ ໂຄສະນາເຜີຍແຜ່ ໃຫ້ປະຊາຊົນເຫັນໄດ້ຄວາມສຳຄັນ ຂອງການພັດທະນາໂຄງການ ແລະ ເຂົ້າຮ່ວມສະໜັບສະໜູນ ໂຄງການຢ່າງເປັນຂະບວນ, ການຊົດເຊີຍ ກໍ່ຕ້ອງປະຕິບັດ ຕາມຫລັກການລວມສູນ ເປັນເອກະພາບກັນ, ການຈັດສັນອາຊີບ ຕ້ອງໄດ້ສອດຄ່ອງກັບ ການຜະລິດເປັນສິນຄ້າ, ໂຄງການຄ້ຳປະກັນ ສະບຽງອາຫານ ແລະ ຜະລິດສິນຄ້າສົ່ງອອກໄປ ສປ ຈີນ, ສົມທົບກັບໂຄງການ ສຸມໃສ່ການປູກ-ການລ້ຽງ ທີ່ແທດເໝາະກັບສະພາບຕົວຈິງຂອງທ້ອງຖິ່ນ ໂດຍສະເພາະ ອີງໃສ່ສິນຄ້າທີ່ເປັນ ຄວາມຕ້ອງການຂອງຕະຫລາດ, ເອົາໃຈໃສ່ເກັບກູ້ໄມ້ອອກຈາກ ເຂດນ້ຳຖ້ວມຂອງອ່າງ ເພື່ອບໍ່ໃຫ້ມີການສູນເສຍ ຊັບພະຍາກອນໄມ້ ແລະ ຜົນກະທົບຕໍ່ສັດນ້ຳ, ເອົາໃຈໃສ່ຕື່ມ ໃນການສ້າງແຜນງານ ພັດທະນາບໍລິເວນອ່າງນ້ຳ ທັງທາງດ້ານການປະມົງ, ການລ້ຽງປາ, ແຜນງານນຳໃຊ້ນ້ຳ ເພື່ອເຮັດກະສິກຳ ແລະ ແຜນງານທ່ອງທ່ຽວ ພາຍໃນອ່າງ, ສົມທົບກັນປັບປຸງ ແລະ ກໍ່ສ້າງເສັ້ນທາງ ຄົມມະນາຄົມຄືນໃໝ່ ເພື່ອພັດທະນາບ້ານ ທີ່ໄດ້ຮັບຜົນກະທົບ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການໄປ ມາຫາສູ່ຂອງປະຊາຊົນ, ເອົາໃຈໃສ່ສ້າງລະບົບການ ພະຍາກອນອາກາດ ແລະ ການບໍລິຫານຈັດການນ້ຳ ເພື່ອຮັບມືກັບການເກີດໄພພິບັດ ໃນແຕ່ລະປີ.

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...