spot_img
Homeຂ່າວຕ່າງປະເທດບໍ່ເກີນຄາດ ເກົາຫຼີເໜືອທົດລອງຂີປະນາວຸດຄັ້ງທີ 6 ແລ້ວ

ບໍ່ເກີນຄາດ ເກົາຫຼີເໜືອທົດລອງຂີປະນາວຸດຄັ້ງທີ 6 ແລ້ວ

Published on

ອີງຕາມຂ່າວຈາກຕ່າງປະເທດ ທັງຊີເອັນເອັນ ແລະບີບີຊີ ຕ່າງກໍໄດ້ນຳສະເໜີຂ່າວວ່າ ເຊົ້າໆມື້ນີ້ (ວັນທີ 16 ເມສາ 2017) ເກົາຫຼີເໜືອໄດ້ທົດລອງຂີປະນາວຸດຕາມທີ່ຫຼາຍຝ່າຍຄາດການເອົາໄວ້ ພາຍຫຼັງສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ກິມ ອິນຊຸງ ຜູ້ກໍ່ຕັ້ງເກົາຫຼີເໜືອ ບໍ່ທໍ່ໃດຊົ່ວໂມງ.

ຄວາມຕຶງຄຽດໃນແຫຼມເກົາຫຼີທີ່ມີມາຫຼາຍວັນ ໄດ້ເພິ່ມຄວາມຕຶງຄຽດຂຶ້ນຕື່ມເມື່ອການຂ່າວຈາກ ເກົາຫຼີໃຕ້ລາຍງານວ່າ ເກົາຫຼີເໜືອໄດ້ພະຍາຍາມທົດລອງຂີປະນາວຸດຄັ້ງໃໝ່ອີກ ເພາະນັ້ນເປັນການທ້າທາຍຕໍ່ຄຳຂູ່ຂອງສະຫະລັດວ່າ ຖ້າຫາກມີການທົດລອງຂີປະນາວຸດອີກ ເກົາຫຼີເໜືອຈະຖືກໂຈມຕີຈາກສະຫະລັດທັນທີ. ໃນຂະນະດຽວກັນກໍເປັນການຢືນຢັນວ່າ ເກົາຫຼີເໜືອບໍ່ໄດ້ງໍ້ງ່ຽງ ຫຼືຢ້ານກົວຕໍ່ຄຳຂູ່ຂອງສະຫະລັດເລີຍ ເກົາຫຼີເໜືອບອກວ່າ ຕົນພ້ອມຈະເຮັດສົງຄາມກັບສະຫະລັດທຸກຮູບແບບ ເພື່ອປົກປ້ອງຕົນເອງແລະຕອບໂຕ້ຄືນຢ່າງໄຮ້ປານີ ເຊິ່ງເປົ້າໝາຍການໂຈມຕີຫຼັກຂອງເກົາຫຼີເໜືອນັ້ນ ເຊື່ອວ່າ ເປັນຖານທັບສະຫະລັດໃນເກົາຫຼີໃຕ້ແລະໃນຍີ່ປຸ່ນ, ທັບເຮືອບັນທຸກເຄື່ອງບິນຂອງສະຫະລັດໃນທະເລ ແລະລວມທັງປະເທດສະຫະລັດອາເມລິກາພ້ອມ.

ແນວໃດກໍຕາມ, ຕາມຂ່າວແລ້ວ ຍັງບໍ່ສາມາດຢືນຢັນໄດ້ວ່າ ຂີປະນາວຸດ ທີ່ເກົາຫຼີເໜືອທຳການທົດລອງຄັ້ງນີ້ ຈະເປັນຂີປະນາວຸດລະດັບໃດ ພິໄສໃກ້, ພິໄສກາງ ຫຼືພິໄສໄກ ກັນແທ້ ແຕ່ເຊື່ອວ່າການທົດລອງຄັ້ງນີ້ບໍ່ປະສົບຜົນສຳເລັດ.

ເປັນຂ່າວທີ່ເຮົາຄົງຕ້ອງໄດ້ຕິດຕາມຢ່າງໃກ້ຊິດ ເບິ່ງວ່າທ່າທີຂອງສະຫະລັດຈະອອກມາແນວໃດຕໍ່ໄປ ສົງຄາມຈະເກີດແທ້ຫຼືບໍ່ ຕ້ອງຕິດຕາມນຳກັນຕໍ່ໄປ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...