Homeນານາສາລະວິທີກຳຈັດຂີ້ໄຄ ດ້ວຍວິທີງ່າຍໆ

ວິທີກຳຈັດຂີ້ໄຄ ດ້ວຍວິທີງ່າຍໆ

Published on

ຂີ້ໄຄ ເກີດຈາກຫຼາຍສາເຫດ ທັງຈາກກາຍະພາບຂອງແຕ່ລະຄົນ, ອຸນຫະພູມ, ສະພາບແວດລ້ອມ ໂດຍສະເພາະຄົນທີ່ເຮັດວຽກໃນບ່ອນທີ່ແດດ, ມີເຫື່ອອອກຫຼາຍໝົດມື້ ຈະເຮັດໃຫ້ມີຂີ້ໄຄຫຼາຍກວ່າຄົນທີ່ເຮັດວຽກໃນຫ້ອງການຢ່າງແນ່ນອນ ແລະບາງຄັ້ງຍັງສົ່ງຜົນເຮັດໃຫ້ເກີດກິ່ນຕົວທີ່ຮຸນແຮງ ດັ່ງນັ້ນການນຳວິທີຂັດຂີ້ໄຄມາໃຊ້ໃຫ້ຖືກຕ້ອງ ຈຶ່ງມີຄວາມສຳຄັນຫຼາຍ

  1. ໃຊ້ເກືອຂັດຜິວ: ເກືອຂັດຜິວທີ່ປະສົມວິຕາມິນຫຼາຍໆຊະນິດ ຄວນຊື້ມາຂັດຜິວອາທິດລະ 2 ຄັ້ງ ເພື່ອຊ່ວຍໃນເລື່ອງຂອງການຂັດເຊວຜິວ ແລະກຳຈັດຄາບເຫື່ອໄຫຼຕ່າງໆ ໃຫ້ຫຼຸດອອກໄປໃຫ້ໝົດ
  2. ອາບດ້ວຍນໍ້າອຸ່ນ: ດ້ວຍການອາບນໍ້າສະບູຕາມປົກກະຕິ ຈາກນັ້ນເຊັດຕົວໃຫ້ພໍໝາດໆ ແລ້ວເອົາຜ້າຈຸບນໍ້າອຸ່ນຜືນນ້ອຍ ຂັດໃຫ້ທົ່ວຜິວ ເຮັດໃຫ້ຂີ້ໄຄຫຼຸດອອກມາຢ່າງງ່າຍດາຍ, ເມື່ອຂັດທົ່ວແລ້ວ ກໍອາບນໍ້າຊຳລະຮ່າງກາຍອີກຄັ້ງ
  3. ຂັດຜິວດ້ວຍກາກກາເຟ: ດ້ວຍການເອົາກາກກາເຟຈາກຮ້ານກາເຟສົດ ແລ້ວເອົາມາຂັດຜິວຂອງເຮົາໃຫ້ທົ່ວ ຈະຊ່ວຍຂັດຂີ້ໄຄໃຫ້ອອກໄດ້ດີ ແລະຊ່ວຍໃຫ້ຜິວນຸ່ມອີກດ້ວຍ ຫຼືອາດເພີ່ມນົມສົດ ຫຼືປາກຂາມປຽກເພີ່ມກໍໄດ້
  4. ກຳຈັດຂີ້ໄຄດ້ວຍໝາກຂາມປຽກ: ໃຫ້ເອົາໝາກຂາມປຽກຂັດຜິວຈົນທົ່ວ ແລ້ວປະໄວ້ 3-5 ນາທີ ແລ້ວເອົາໃຍບວບມາຂັດຊໍ້າອີກຄັ້ງ ແຕ່ຄວນຂັດຄ່ອຍໆດ້ວຍມື, ຈາກນັ້ນກໍລ້າງອອກ ແລ້ວອາບນໍ້າຟອກສະບູຕາມປົກກະຕິ, ວິທີນີ້ເຮັດອາທິດລະ 2 ເທື່ອ ຈະຊ່ວຍຂັດຂີ້ໄຄໄດ້ດີ ແລະເຮັດໃຫ້ຜິວນຸ້ມອີກດ້ວຍ
  5. ຂັດຂີ້ໄຄດ້ວຍມື: ກ່ອນທີ່ຈະອາບນໍ້າ ໃຫ້ເອົານໍ້າຫົດຕົວໃຫ້ພໍຊຸ່ມ ແລ້ວເອົາມືເຮົາຄ່ອຍໆຖູ ຈະເຮັດໃຫ້ຄາບຂີໄຄຕ່າງໆ ທີ່ມີຢູ່ຫຼຸດອອກມາ ແຕ່ຄວນຄ່ອຍເຮັດ ບໍ່ດັ່ງນັ້ນຈະເຮັດໃຫ້ຕົນຕົວແດງໄດ້

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...