Homeນານາສາລະໝາກມັງຄຸດ ມີສັບພະຄຸນຫຼາຍຢ່າງ

ໝາກມັງຄຸດ ມີສັບພະຄຸນຫຼາຍຢ່າງ

Published on

ໝາກມັງຄຸດ ເປັນໝາກໄມ້ ທີ່ມີວິຕາມິນ ແລະແຮ່ທາດຫຼາຍຢ່າງທີ່ສຳຄັນກັບຮ່າງກາຍຂອງຄົນເຮົາ, ນອກນັ້ນ ຍັງມີສັບພະຄຸນຊ່ວຍປ້ອງກັນພະຍາດໄດ້ອີກດ້ວຍ

  1. ມີສານຕ້ານອະນຸມູນອິດສະລະ ຊ່ວຍຢັບຢັ້ງການແກ່ກ່ອນໄວ ແລະການເກີດຮອຍແຫ່ວເທິງໃບໜ້າ
  2. ມີລິດໃນການຈັບອະນຸມູນອິດສະລະຕ່າງໆໄດ້ຫຼາຍກວ່າໝາກໄມ້ຊະນິດຕ່າງໆ
  3. ຊ່ວຍບຳລຸງຜິວໃຫ້ເຕັ່ງຕຶງ ແລະແຂງແຮງ
  4. ຊ່ວຍເສີມສ້າງລະບົບພູມຄຸ້ມກັນໃຫ້ແຂງແຮງ
  5. ຊ່ວຍປ້ອງກັນອາການໄຂ້ (ໄຂ້ລະດັບຕໍ່າ)
  6. ຊ່ວຍເສີມສ້າງກະດູກ ແລະແຂ້ວໃຫ້ແຂງແຮງ
  7. ຊ່ວຍເພີ່ມພະລັງງານໃຫ້ຮ່າງກາຍ
  8. ຊ່ວຍປິ່ນປົວສິວ ເປືອກມັງຄຸດ ມີຄຸນສົມບັດໃນການຢັບຢັ້ງການຈະເລີນເຕີບໂຕຂອງຊື້ແບັກທີເລຍ ທີ່ເຮັດໃຫ້ເກີດສິວ ແລະຍັງອອກລິດຕ້ານສິວອັກເສບໄດ້ດີ
  9. ມີສ່ວນຊ່ວຍປ້ອງກັນການເກີດໂຣກຊຶມເສົ້າ ຫຼຸດອາການຕຶງຄຽດ
  10. ຊ່ວຍປ້ອງກັນພະຍາດສະໝອງເສື່ອມ, ອັນໄຊເມີ, ພະຍາດກ່ຽວກັບລະບົບປະສາດ
  11. ຊ່ວຍເສີມສ້າງໃຫ້ມີສຸຂະພາບຈິດ, ອາລົມດີຢູ່ສະເໝີ
  12. ສານສະກັດຈາກມັງຄຸດ ຊ່ວຍເສີມສ້າງເມັດເລືອດຂາວຊະນິດ ທີເອສ 1 ແລະທີເອສ 17 ມີລິດຊ່ວຍກຳຈັດ ແລະປ້ອງກັນການກໍ່ເກີດເຊວມະເຮັງເກືອບທຸກຊະນິດໄດ້
  13. ຊ່ວຍຢັບຢັ້ງການຈະເລີນໂຕຂອງເຊວມະເຮັງຊະນິດຕ່າງໆເຊັ່ນ: ເຊວມະເຮັງເມັດເລືອດຂາວ, ມະເຮັງຕັບ, ມະເຮັງເຕົ້ານົມ, ມະເຮັງປອດ, ມະເຮັງກະເພາະອາຫານ
  14. ຊ່ວຍຢັບຢັ້ງການຈະເລີນເຕີບໂຕຂອງຫຼອດເລືອດ ຫຼຸດຄວາມສ່ຽງຕໍ່ການເກີດພະຍາດຫຼອດເລືອດຫົວໃຈ
  15. ຫຼຸດຄວາມສ່ຽງຕໍ່ການເກີດພະຍາດຫົວໃຈ ແລະພະຍາດກ່ຽວກັບທາງເດີນຫົວໃຈ
  16. ຊ່ວຍຫຼຸດຄວາມດັນເລືອດສູງ
  17. ຊ່ວຍຫຼຸດລະດັບຄໍເລດເຕີຣໍໃນຮ່າງກາຍ ແລະຫຼຸດໄຂມັນທີ່ບໍ່ດີໃນເສັ້ນເລືອດ
  18. ມີສ່ວນຊ່ວຍປ້ອງກັນການເກີດເນື້ອງອກໃນຮ່າງກາຍ
  19. ມີສ່ວນຊ່ວຍປ້ອງກັນການເກີດພະຍາດເບົາຫວານ ດ້ວຍຄຸນສົມບັດໃນການຫຼຸດ ແລະຄວບຄຸມລະດັບນໍ້າຕານ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...