Homeນານາສາລະໝາກໄມ້ ທີ່ຊ່ວຍລະບົບການໄຫຼວຽນຂອງເລືອດ ແລະແກ້ອາການອ່ອນເພຍໃນຮ່າງກາຍ

ໝາກໄມ້ ທີ່ຊ່ວຍລະບົບການໄຫຼວຽນຂອງເລືອດ ແລະແກ້ອາການອ່ອນເພຍໃນຮ່າງກາຍ

Published on

ໝາກໄມ້ 5 ຊະນິດຕໍ່ໄປນີ້ ຊ່ວຍດູແລຜິວພັນ, ມີປະໂຫຍດຫຼາຍອາດບໍ່ພຽງແຕ່ບຳລຸງຜິວເທົ່ານັ້ນ ແຕ່ຍັງຊ່ວຍບຳລຸງເນື້ອເຍື່ອ ແລະເຊວຕ່າງໆໃນຮ່າງກາຍຂອງເຮົາໃຫ້ແຂງແຮງອີກດ້ວຍ, ເຊິ່ງອາຫານປະເພດໝາກໄມ້ ກໍສາມາດໃຊ້ສານອາຫານຫຼັກເຊັ່ນ: ໂປຣຕີນ, ທາດເຫຼັກ, ລວມເຖິງກົດອະມິໂນທີ່ສຳຄັນຕ່າງໆໄດ້ເຊັ່ນດຽວກັບອາຫານ ໃນໝວດເຂົ້າ, ແປ້ງ, ໄຊມັນ

  1. ໝາກພິລາ: ຜົນການວິໄຈໃນສະຫະລັດພົບວ່າ ໝາກພິລາ ສາມາດປິ່ນປົວຄົນທີ່ເປັນເບົາຫວານໄດ້ ດ້ວຍຄຸນສົມບັດຊ່ວຍເກັບເມັດເລືອດແດງ ໂດຍໃຊ້ຜູ້ປ່ວຍເບົາຫວານຈຳນວນ 10 ຄົນ ດື່ມນໍ້າໝາກພິລາຄັ້ນສົດວັນລະ 1 ຈອກກາງ ເປັນເວລາ 3 ເດືອນ ຈະເຮັດໃຫ້ຮ່າງກາຍມີລະດັບອິນຊູລິນໃນກະແສເລືອດຫຼຸດລົງ, ລະບົບໄຫຼວຽນເລືອດເປັນປົກກະຕິ, ອາການອ່ອນເພຍ ແລະຜົມຫຼົ່ນຫຼຸດລົງ
  2. ໝາກມັງກອນ: ອຸດົມດ້ວຍໂປຣຕີນ ຊ່ວຍໃຫ້ຜິວເຕັ່ງຕຶງ ມີຜົນການວິໄຈພົບວ່າ ໝາກມັງກອນສີແດງ ດີຕໍ່ລະບົບໄຫຼວຽນຂອງເລືອດ ແລະມີທາດເຫຼັກໃນປະລິມານຫຼາຍ ເໝາະກັບການສ້າງເຊວເມັດເລືອດ
  3. ​ສະຕໍເບີລີ: ມີວິຕາມິນຊີທີ່ຊ່ວຍບຳລຸງເຊວເມັດເລືອດແດງ, ແກ່ນນ້ອຍໆທີ່ຢູ່ໃນສະຕໍເລີລີ ຈະຊວ່ຍລຳລຽງອົກຊີແຊນໃນຂະບວນການກຳຈັດເລືອດເສຍ
  4. ໝາກກ້ວຍ: ມີແຮ່ທາດແມັກນີຊຽມ ທີ່ຊ່ວຍບຳລຸງຜິວທີ່ຂາວຊີດ ໃຫ້ກັບມາເຕັ່ງຕຶງ, ຖ້າກິນກ້ວຍເປັນປະຈຳທຸກວັນ ຈະຊ່ວຍຫຼຸດຄວາມສ່ຽງເປັນພະຍາດລູຄີເມຍ (ມະເຮັງເມັດເລືອດຂາວ) ໂດຍສະເພາະໃນເດັກນ້ອຍໃນຊ່ວງອາຍຸ 0-2 ປີ
  5. ໝາກໂມ: ມີການວິໄຈພົບວ່າ ຫາກກິນໝາກໂມເຄິ່ງໜ່່ວຍຕໍ່ວັນ ຈະດີຕໍ່ລະບົບໄຫຼວຽນຂອງເລືອດ ເພາະກົດອະມິໂນອາຈີໂນ ທີ່ຮ່າງກາຍປ່ຽນໃຫ້ເປັນສານໃນຕຣິກອອກໄຊ ເຮັດໃຫ້ເລືອດສົມບູນຂຶ້ນ ຮ້ອຍລະ 22 ຈຶ່ງຊ່ວຍປ້ອງກັນພາວະກ້າມເນື້ອຫົວໃຈຕາຍ ແລະພາວະຫຼອດເລືອດແຂງໂຕ

ນອກຈາກທີ່ກ່າວມາຂ້າງເທິງນັ້ນແລ້ວ ຍັງມີວິທີທີ່ງ່າຍໆຄື ການດື່ມນໍ້າໃຫ້ຫຼາຍ ເຊິ່ງຈະຊ່ວຍໃຫ້ເລືອດຂອງເຮົາບໍ່ມີລັກສະນະຂຸ້ນໜຽວຈົນເກີນໄປ ແລະການອອກກຳລັງກາຍທຸກວັນ ເພື່ອກະຕຸ້ນໃຫ້ເລືອດໄຫຼວຽນຢູ່ຕະຫຼອດເວລາ ພຽງເທົ່ານີ້ກໍຈະຊ່ວຍປ້ອງກັນຮ່າງກາຍຂອງເຮົາ ໃຫ້ຫ່າງໄກບັນຫາສຸຂະພາບທັງໃນໄລຍະສັ້ນ ແລະໄລຍະຍາວໄດ້ອີກດ້ວຍ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...