Homeຂ່າວຕ່າງປະເທດເກົາຫຼີໃຕ້ ຈະອອກໜັງສືເດີນທາງໃຫ້ກັບຄົນທີ່ພິການທາງສາຍຕາ

ເກົາຫຼີໃຕ້ ຈະອອກໜັງສືເດີນທາງໃຫ້ກັບຄົນທີ່ພິການທາງສາຍຕາ

Published on

ສຳນັກຂ່າວຢອນຮັນ ລາຍງານເມື່ອວັນທີ 10 ເມສາ 2017 ຜ່ານມາວ່າ ກະຊວງການຕ່າງປະເທດເກົາຫຼີໃຕ້ ກຽມອອກໜັງສືເດີນທາງອັກສອນເບລ ໃນເດືອນນີ້ ເພື່ອອຳນວຍຄວາມສະດວກແກ່ຄົນທີ່ພິການທາງສາຍຕາໃນການເດີນທາງໄປຕ່າງປະເທດ

ກະຊວງການຕ່າງປະເທດບອກວ່າ ຈະເລີ່ມບໍລິການໜັງສືເດີນທາງອັກສອນເບລ ຕັ້ງແຕ່ວັນທີ 20 ເມສາ 2017 ເປັນຕົ້ນໄປ ທີ່ສຳນັກງານບໍລິການໜັງສື ເດີນທາງໃນປະເທດ 240 ແຫ່ງ ແລະຕ່າງປະເທດ 70 ແຫ່ງ ເຊິ່ງຂໍ້ມູນຕ່າງໆຂອງຜູ້ຖືບັດເຊັ່ນ: ນາມສະກຸນ, ເລກໜັງສືເດີນທາງລວມທັງວັນທີອອກ ແລະໝົດອາຍຸຂອງໜັງສືເດີນທາງ ຈະຢູ່ໃນຮູບແບບສະຕິກເກີ ອັກສອນເບລ ເຊິ່ງຈະແນບຢູ່ດ້ານຫຼັງຂອງໜ້າທຳອິດ

ກະຊວງການຕ່າງປະເທດຍັງບອກອີກວ່າ ການອອກໜັງສືເດີນທາງອັກສອນເບລໃນຄັ້ງນີ້ ຖືເປັນຄັ້ງທຳອິດຂອງໂລກ ເຊິ່ງຄາດຫວັງວ່າ “ໜັງສືເດີນທາງອັກສອນເບລ ຈະຊ່ວຍອຳນວຍຄວາມສະດວກທີ່ສຳຄັນ ໃຫ້ກັບຜູ້ທີ່ມີບັນຫາທາງສາຍຕາໄດ້ ຫຼັງຈາກທີ່ພວກເຂົາເຫຼົ່ານີ້ ຕ້ອງພົບກັບບັນຫາໃນການຈອງປີ້ຍົນ ແລະໂຮງແຮມ ເນື່ອງຈາກຄວາມຍາກລຳບາກໃນການຢືນຢັນຂໍ້ມູນຂອງຕົນເອງຈາກໜັງສືເດີນທາງ”

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...