Homeຂ່າວຕ່າງປະເທດນະວັດຕະກຳແທັກຊີ່ແລ່ນເທິງໜ້ານໍ້າ ໃນປະເທດຝຣັ່ງ

ນະວັດຕະກຳແທັກຊີ່ແລ່ນເທິງໜ້ານໍ້າ ໃນປະເທດຝຣັ່ງ

Published on

ບໍລິສັດສະຕາຣ໌ອັບ ໃນຝຣັ່ງ ມີໄອເດຍໃໝ່ ຫາກບໍ່ຕ້ອງການພົບບັນຫາລົດຕິດ ແລະບໍ່ມີບັນຫາເອີ້ນແທັກຊີ່ຍາກອີກຕໍ່ໄປ ກັບນະວັດຕະກຳແທັກຊີ່ແລ່ນເທິງນໍ້າ  “SeaBubbles”  ຍານພາຫະນະເພື່ອອະນາຄົດແບບໃໝ່ ທີ່ຂັບເຄື່ອນດ້ວຍແບັດເຕີຣີ່ໄຟຟ້າ ມີລັກສະນະຄ້າຍກັບເຮືອແຕ່ລອຍຢູ່ເທິງນໍ້າເລັກໜ້ອຍ

ແທັກຊີ່  “SeaBubbles”  ນີ້ຈະເອີ້ນໄດ້ໂດຍໃຊ້ການບໍລິການຜ່ານແອັບພິເຄຊັ່ນສະມາດໂຟນຕາມຈຸດທ່າເຮືອຕ່າງໆ ທີ່ສາກພະລັງງານໃຫ້ກັບ  “SeaBubbles”  ໄດ້ ສາມາດບັັນຈຸຄົນໄດ້ 5 ຄົນລວມທັງຄົນຂັບ ແລະແລ່ນໄດ້ດ້ວຍຄວາມໄວສູງສຸດ 30 ກິໂລແມັດຕໍ່ຊົ່ວໂມງ ໂດຍບໍ່ມີສຽງເຄື່ອງໃດໆ

ແນວໃດກໍຕາມ  “SeaBubbles”  ຍັງເປັນພຽງຕົ້ນແບບ ແລະກໍາລັງຢູ່ໃນຊ່ວງພັດທະນາ ແລະຄາດວ່າຈະມີການທົດສອບໃຊ້ງານໃນແມ່ນໍ້າແຊນ ຢູ່ນະຄອນຫຼວງປາຣີ ເປັນແຫ່ງທຳອິດໃນໄວໆນີ້ ກ່ອນທີ່ຈະຕໍ່ຍອດນໍາມາໃຊ້ໃນຂົນສົ່ງແບບຖາວອນຕໍ່ໄປ

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...