Homeຂ່າວເຫດການພິທີໂອບຄຳຍອດດວງປີ ພະທາດປາລະມີ 30 ທາດ ແລະພະທາດສີທຳມະຫາຍໂສກ

ພິທີໂອບຄຳຍອດດວງປີ ພະທາດປາລະມີ 30 ທາດ ແລະພະທາດສີທຳມະຫາຍໂສກ

Published on

ໃນວັນສຸກ ວັນທີ 7 ເມສາ 2017 ກົງກັບມື້ຂຶ້ນ 11 ຄໍ່າ ເດືອນ 5 ພສ 2559 ຜ່ານມາ ໄດ້ມີພິທີໂອບຄຳຍອດດວງປີ ພະທາດປາລະມີ ແລະພະທາດສີທຳມະຫາຍໂສກ ພະທາດຫຼວງ ໂດຍມີພຣະອາຈານໃຫຍ່ ມະຫາງອນ ດຳຣົງບຸນ ປະທານສູນກາງພຸດທະສາສະໜາສຳພັນລາວ, ພະເຖລະນຸເຖລະ, ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງຽງຈັນ, ປະທານ ຄະນະຮັບຜິດຊອບລະດັບຊາດ ເພື່ອປະຕິສັງຂອນ ພິພິທະພັນພະທາດຫຼວງ, ມີອະດີດການນຳພັກ-ລັດ, ມີຄອບຄົວການນຳພັກ-ລັດ, ຜູ້ຊົງຄຸນວຸດທິ ຕະຫຼອດຮອດພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມ.

ໃນພິທີດັ່ງກ່າວນັ້ນ ທ່ານສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງ ທັງເປັນປະທານຄະນະກຳມະການ ປະທິສັງຂອນພຣະທາດຫຼວງກໍໄດ້ກ່າວວ່າ: ໃນການປະຕິສັງຂອນພຣະທາດຫຼວງຄັ້ງທີ IV ນີ້ ໄດ້ມີການຕົກລົງຈາກຂັ້ນເທິງ ແລະການຮ່ວມແຮງທາງດ້ານວັດຖຸເງິນຄຳ ຈາກປະຊາຊົນ ເຊິ່ງໄດ້ປະກອບມີ 8 ກິດຈະກຳ ລວມມນຄ່າ 15 ຕື້ກວ່າກີບ, ຊຶ່ງພິທີໄຂໂຄງການປະຕິສັງຂອນຢ່າງເປັນທາງການ ໄດ້ດຳເນີນໃນວັນທີ 4 ກັນຍາ 2016, ພິທີຫຼອມຄຳ ໄດ້ດຳເນີນໃນວັນທີ 2 ຕຸລາ 2016 ທີ່ຜ່ານມາ ແລະມາຮອດປັດຈຸບັນນີ້ ການດຳເນີນໂຄງການປະຕິສັງຂອນ ຄັ້ງທີ IV ໄລຍະທີ 1 ແລະ 2 ແມ່ນມີ ຄວາມຄືບໜ້າຫຼາຍດ້ານ, ມີອັນສຳເລັດ ໂດຍພື້ນຖານເຊັ່ນ: ວຽກລາພອນສີຄຳອົງພະທາດໃຫຍ່ ແລະ ພະທາດປາລະມີ 30 ລູກ ພ້ອມທັງການຍົກຍອດ ຊໍ່ຄຳ 9 ກິໂລ 9 ບາດ ເພື່ອຂຶ້ນ ປະດິດສະຖານສູ່ຍອດພະທາດຫຼວງ ແລະ ຍົກຍອດຄຳ 4 ກິໂລ 16,33 ບາດ ຂຶ້ນຍອດ ພະທາດປາລະມີ 30 ທາດ ແລະ ພະທາດສີທຳມະຫາຍໂສກ ທີ່ພວກເຮົາກຳລັງດຳເນີດ ພິທີໃນຂະນະນີ້ ລວມ 13 ກິໂລ ກັບ 25,33 ບາດ. ປັດຈຸບັນ ເຫຼືອຢູ່ທະນາຄານ 8,5 ກິໂລ 30,37 ບາດ 3,8 ສະຫຼຶງ 2,72 ກຣາມ, ເງິນທີ່ລະດົມໄດ້ຄັ້ງ ຜ່ານມາ 5.978.159.479 ກີບ ໃຊ້ຈ່າຍໃນກິດຈະກຳຜ່ານມາ 2.996.965.780 ກີບ, ຍັງເຫຼືອ 2.981.193.699 ກີບ.

ພາຍຫຼັງທີ່ສໍາເລັດພິທີໃນວັນນີ້ ແລ້ວຄະນະຮັບຜິດຊອບໂຄງການຈະໄດ້ສືບຕໍ່ຊີ້ນໍາ ການດໍາເນີນກິດຈະການປະຕິສັງຂອນ ຈາກໄລຍະທີສອງທີ່ຍັງບໍ່ທັນສຳເລັດຕໍ່ໃສ່ວຽກໄລຍະທີສາມ ແລະ ທີສີ່ ເຊັ່ນ: ວຽກມຸງຫຼັງ, ທາສີຝາ ກົມມະລຽນ, ສ້ອມແປງຫໍໄຫວ້ ແລະຊຸມປະຕູໃຫຍ່ທິດຕາວັນຕົກ, ວຽກຮ່ອງລະບາຍນ້ຳ, ວຽກໄຟຟ້າ,ວຽກສະໜາມຫຍ້າ, ວຽກຈັດວາງສະແດງວັດຖຸພັນ ແລະ ລະບົບ ປ້ອງກັນ, ການຕິດຕັ້ງກ້ອງວົງ ຈອນປິດດ້ານໃນ ແລະ ດ້ານ ນອກກົມມະລຽນ. ຍົກຄຳປະ ດິດ ສະຖານໃສ່ຍອດດວງປີພະ ທາດຫຼວງ ແລະ ຈັດພິທີສົມ ໂພດ ໃນໂອກາດບຸນນະມັດສະ ການພະທາດຫຼວງທ້າຍປີນີ້.

ແຫຼ່ງຂ່າວ: ໜັງສືພິມ ປະຊາຊົນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...