Homeສຸຂະພາບ ແລະ ສີ່ງແວດລ້ອມສູດນໍ້າສະໝຸນໄພລ້າງ ໝາກໄຂ່ຫຼັງ ຂັບສິ່ງເສດເຫຼືອອອກທາງນໍ້າປັດສະວະ

ສູດນໍ້າສະໝຸນໄພລ້າງ ໝາກໄຂ່ຫຼັງ ຂັບສິ່ງເສດເຫຼືອອອກທາງນໍ້າປັດສະວະ

Published on

ສູດນໍ້າສະໝຸນໄພລ້າງໝາກໄຂ່ຫຼັງ ຂັບທາງນໍ້າປັດສະວະ, ໝາກໄຂ່ຫຼັງ ເປັນອະໄວຍະວະ ທີ່ເຮັດໜ້າທີ່ຕອງເອົາສິ່ງເສດເຫຼືອ ອອກຈາກເລືອດ ແລະຂັບອອກມາພ້ອມກັບນໍ້າໃນຮູບຂອງປັດສະວະ ເນື່ອງຈາກໝາກໄຂ່ຫຼັງ ແລະພົກນໍ້າປັດສະວະເຮັດວຽກສຳພັນກັນ, ເມື່ອໃດໝາກໄຂ່ຫຼັງເຮັດວຽກຜິດປົກກະຕິ ຈຶ່ງສົ່ງຜົນໃຫ້ພົກນໍ້າປັດສະວະຜິດປົກກະຕິໄປນຳ ແລະຈະເກີດອາການຜິດປົກກະຕິເຊັ່ນ: ຖ່າຍເບົາລຳບາກ, ເຂັບ, ໄປຖ່າຍເບົາຕະຫຼອດ, ນໍ້າປັດສະວະເປັນຟອງຫຼາຍເກີນໄປ ຫຼືບາງຄົນອາດຈະປັດສະວະເປັນເລືອດກໍເປັນໄດ້ ເຊິ່ງອາການເຫຼົ່ານີ້ ເກີດຈາກການກິນອາຫານລົດຊາດເຜັດ ຫຼືຜູ້ທີ່ມັກກິນອາຫານມັນຕະຫຼອດ ດັ່ງນັ້ນ ຕ້ອງມີການດູແລ ແລະຮັກສາສຸຂະພາບໝາກໄຂ່ຫຼັງຂອງເຮົາໃຫ້ດີຢູ່ສະເໝີ ດ້ວຍສະໝຸນໄພພື້ນບ້ານທີ່ເຮົາຊອກຫາໄດ້ ແລະເຮັດເອງໄດ້ງ່າຍໆ

# ສ່ວນປະກອບ:

  • ຫອມບົ່ວແດງ 1​ ຂີດ
  • ຂ່າ 1​ ຂີດ
  • ຫົວສີໄຄ 1​ ຂີດ
  • ກະຊາຍ 1 ຂີດ
  • ໃບຂີ້ຫູດ 1 ຂີດ
  • ໃບໝາກນາວ 1 ຂີດ
  • ໃບຜັກຫອມລາບ 1 ຂີດ

# ວິທີເຮັດ:

ເອົາສະໝຸນໄພທັງໝົດນັ້ນ ມາລ້າງໃຫ້ສະອາດ ລົງໄປໃນໝໍ້ ແລ້ວເອົານໍ້າໃສ່ໃຫ້ຖ້ວມ ຕົ້ມໃຫ້ຟົດແລ້ວຄ່ອຍປົງ ຈາກນັ້ນເອົາມາດື່ມໃຫ້ໝົດໃນ 1 ມື້

# ອັດຕາການໃຊ້:

1 ໝໍ້ຕໍ່ 1 ວັນ ບໍ່ຄວນເອົາມາຕົ້ມອີກ ຄວນປ່ຽນໃໝ່ທຸກຄັ້ງ ຄວນເຮັດດື່ມຕິດຕໍ່ກັນໜຶ່ງອາທິດ ຈະເຫັນຜົນດີ ຈາກນໍ້າປັດສະວະດີຫຼາຍ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...