Homeສຸຂະພາບ ແລະ ສີ່ງແວດລ້ອມໝາກເຟືອງສົ້ມ ປິ່ນປົວໂຣກເກົ໊າ ດ້ວຍວິທີເຮັດງ່າຍໆ

ໝາກເຟືອງສົ້ມ ປິ່ນປົວໂຣກເກົ໊າ ດ້ວຍວິທີເຮັດງ່າຍໆ

Published on

ໂຣກເກົ໊າ ເປັນໂຣກທີ່ປິ່ນປົວໃຫ້ຫາຍດີຍາກຄືກັນກັບພະຍາດເບົາຫວານ, ໂຣກຄວາມດັນເລືອດ ເຊິ່ງຄົນທີ່ເປັນໂຣກເກົ໊າຮູ້ດີວ່າ ເມື່ອເປັນແລ້ວຈະທໍລະມານຫຼາຍ ເວລາກິນອາຫານທີ່ເປັນພິດເຂົ້າໄປ ຂໍ້ຈະບວມໃຄ່ ເຈັບປວດທໍລະມານຫຼາຍຈົນຍ່າງບໍ່ໄດ້ ໃນທາງຢາສະໝຸນໄພມີສູດປິ່ນປົວຫຼາຍສູດ ທີ່ສາມາດບັນເທົາອາການເຈັບໄດ້

ສຳລັບໝາກເຟືອງສົ້ມສຸກ ເປັນອີກສູດໜຶ່ງທີ່ນິຍົມໃຊ້ກັນມາແຕ່ບູຮານ ເປັນສູດສະເພາະກຸ່ມ ໄດ້ຮັບການບອກເລົ່າວ່າ ສາມາດເຮັດໃຫ້ໂຣກເກົ໊າໃຫ້ຫາຍດີໄດ້ ຈຶ່ງແນະນຳໃຫ້ຜູ້ອ່ານໄດ້ເອົາສູດໄປໃຊ້

ວິທີເຮັດ: ເອົາໝາກເຟືອງສົ້ມສຸກ ຈຳນວນ 1 ໜ່ວຍ, ເກືອເລັກໜ້ອຍ, ນໍ້າເຜິ້ງ 1 ບ່ວງແກງ, ນໍ້າຕົ້ມ 2 ຈອກ ເອົາສ່ວນປະສົມທັງໝົດນັ້ນມາປັ່ນໃຫ້ເຂົ້າກັນລະອຽດ ກິນຄັ້ງລະ 1 ຈອກ ກິນກ່ອນອາຫານເຊົ້າ ແລະອາຫານແລງ ເຮັດກິນຕິດຕໍ່ກັນ 6 ວັນ ເຊິ່ງອາການຂອງໂຣກເກົ໊າຫາຍດີ ໃຜທີ່ເປັນໂຣກເກົ໊າລອງເຮັດກິນ ເພາະມັນບໍ່ເປັນອັນຕະລາຍຫຍັງ

ໝາກເຟືອງປະໂຫຍດທາງຢາ ຍອດໝາກເຟືອງ ກັບຍອດໝາກພ້າວ ຕົ້ມປະສົມກັນກິນແກ້ໄຂ້ຫວັດໃຫຍ່, ໃບຕົ້ມອາບແກ້ຕຸ່ມຄັນ, ແກ່ນ ແລະຮາກຕົ້ມກິນແກ້ເຈັບທ້ອງ, ແກ້ເຈັບເສັ້ນໄດ້

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...