Homeຂ່າວທ້ອງຖິ່ນອະດີດປະທານປະເທດ ຢ້ຽມຢາມສູນພັດທະນາກະສິກຳ ແຂວງສະຫວັນນະເຂດ

ອະດີດປະທານປະເທດ ຢ້ຽມຢາມສູນພັດທະນາກະສິກຳ ແຂວງສະຫວັນນະເຂດ

Published on

ເຟສບຸກສຳນັກຂ່າວສານປະເທດລາວລາຍງານເມື່ອວັນທີ 7 ເມສາ 2017 ນີ້ວ່າ ເມື່ອວັນທີ 5 ເມສາ ທີ່ຜ່ານມາທ່ານ ຈູມມະລີ ໄຊຍະສອນ ອະດີດປະທານປະເທດ ສປປ ລາວ ພ້ອມການນຳຈາກສູນກາງ ລົງຢ້ຽມຢາມ ຊີ້ນຳສູນພັດທະນາ ແລະ ບໍລິການກະສິກຳ-ປ່າໄມ້ ໜອງເຕົ່າ ເຂດບ້ານໂພນສິມ ເມືອງໄກສອນ ພົມວິ ຫານ ແຂວງສະຫວັນນະເຂດ ໂດຍມີທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງ ສະຫວັນນະເຂດ ເຂົ້າຮ່ວມນຳພາທາງ.

ທ່ານ ສຸລິພອນ ພິມມະຈັກ ຮອງຫົວໜ້າສູນພັດທະນາ ແລະ ບໍລິການກະສິກຳ-ປ່າໄມ້ ໜອງ ເຕົ່າ ລາຍງານວ່າ: ສູນແຫ່ງນີ້ ແມ່ນໄດ້ຮັບການຊ່ວຍເຫລືອ ແລະ ຮ່ວມມື ລະຫວ່າງ ລາວ-ໄທ ໂດຍມູນນິທິໄຊພັດທະນາ ໄດ້ດຳເນີນການກໍ່ສ້າງພື້ນຖານໂຄງລ່າງ, ພ້ອມທັງສະໜອງເຕັກນິກວິຊາການຝຶກອົບຮົມ ໃຫ້ພະນັກງານວິຊາການ ແລະ ປະຊາຊົນບ້ານໂພນສິມ, ບ້ານໃກ້ຄຽງ ເຊິ່ງເລີ່ມລົງມື ໃນຕົ້ນປີ 2012 ເປັນຕົ້ນມາ. ພາຍໃນສູນປະກອບມີ 7 ໜ່ວຍງານຄື: ໜ່ວຍງານລ້ຽງສັດ, ປະມົງ, ປູກຝັງ, ພັດທະນາທີ່ດິນ, ເຂົ້າດໍ, ຊົນລະປະທານ, ປ່າໄມ້ ມີພະນັກງານ 8 ຄົນ, ອາສາສະໝັກ 15 ຄົນ. ຜ່ານມາພາຍໃນສູນ ສາມາດສ້າງລາຍຮັບ ຈາກການຈຳໜ່າຍຜົນຜະລິດ ໃນແຕ່ລະໜ່ວຍງານໄດ້ 255 ລ້ານກີບ. ເປົ້າໝາຍໃນຂັ້ນຕໍ່ໄປ ທາງສູນຈະໄດ້ຫັນເອົາບັນດາກິດຈະກຳທັງ 7 ໜ່ວຍງານ ລົງໃຫ້ບໍລິການເຖິງກຸ່ມບ້ານ ແລະ ຊຸມຊົນຢ່າງຕໍ່ເນື່ອງ ເຊິ່ງມາຮອດປັດຈຸບັນ ແມ່ນໄດ້ລົງຊຸກຍູ້ການຜະລິດ ຂອງປະຊາຊົນໄດ້4 ຄັ້ງ, ມີ 4 ບ້ານເຂົ້າຮ່ວມ ໃນການຜະລິດແນວພັນເຂົ້າເຕັກນິກວິທະຍາສາດ.

ໂອກາດນີ້, ທ່ານ ຈູມມະລີ ໄຊຍະສອນ ໄດ້ສະແດງຄວາມຊົມເຊີຍ ຕໍ່ສູນແຫ່ງນີ້ ເພາະເປັນ ສູນທີ່ສ້າງຄວາມເຂັ້ມແຂງ ທາງດ້ານວິຊາການການຮຽນຮູ້, ການສາທິດ, ຝຶກອົບຮົມ ແລະ ສົ່ງເສີມ ຄວາມຮູ້ທາງດ້ານກະສິກຳ-ປ່າໄມ້ແບບຄົບວົງຈອນ ໃຫ້ກັບປະຊາຊົນໃນພື້ນທີ່ໃກ້ຄຽງ ເຊິ່ງໄດ້ເຮັດໃຫ້ປະຊາຊົນ ໄດ້ເຂົ້າມາຮຽນຮູ້ກັບວິທີການ-ເຕັກນິກກະສິກຳ ເພື່ອໄປນຳໃຊ້ ໃນຄອບຄົວຢ່າງມີປະທິພາບ. ແນວໃດກໍຕາມ ຜ່ານມາ ການຝຶກອົບຮົມວິຊາການພາຍໃນສູນ ເຫັນວ່າຍັງບໍ່ທັນພຽງພໍກັບຄວາມຮຽກ ຮ້ອງຕ້ອງການ ຂອງປະຊາຊົນເທື່ອ, ສະນັ້ນ ເພື່ອເຮັດໃຫ້ປະຊາຊົນ ໃນແຕ່ລະທ້ອງຖິ່ນ ໄດ້ມີຄວາມຮູ້ ຄວາມສາມາດ ເຕັກນິກວິຊາການປູກ-ການລ້ຽງຢ່າງທົ່ວເຖິງ ຈຶ່ງແນະນຳໃຫ້ສູນ ພະຍາຍາມລົງຊຸກຍູ້ພັດທະນາໂຄງການ ຕາມບ້ານຕ່າງໆ ເຮັດໃຫ້ເຂົາເຈົ້າຮູ້ນຳໃຊ້ເຕັກນິກກຳສິກຳຫລາຍຂຶ້ນ, ສິ່ງສໍາຄັນແມ່ນການສ້າງ ຄອບຄົວຕົວແບບໃນການປູກຝັງ-ລ້ຽງສັດ ແລະ ວິທີການເຮັດຝຸ່ນບົ່ມ ເພື່ອເຮັດໃຫ້ການຜະລິດ ຕ້ອງເລີ່ມຈາກຄອບຄົວຢ່າງ ເປັນຂະບວນກວ້າງຂວາງ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...