Homeຂ່າວຕ່າງປະເທດອາເມລິກາ ຈັບກຸມຜູ້ລັກລອບເຂົ້າເມືອງແບບຜິດກົດໝາຍ ຫຼຸດລົງຫຼາຍທີ່ສຸດໃນຮອບ 17 ປີ

ອາເມລິກາ ຈັບກຸມຜູ້ລັກລອບເຂົ້າເມືອງແບບຜິດກົດໝາຍ ຫຼຸດລົງຫຼາຍທີ່ສຸດໃນຮອບ 17 ປີ

Published on

ການຈັບກຸມຜູ້ລັກລອບເຂົ້າເມືອງແບບຜິດກົດໝາຍ ຈາກແມັກຊີໂກ ມາສະຫະລັດອາເມລິກາ ຫຼຸດລົງຫຼາຍທີ່ສຸດໃນຮອບ 17 ປີ ຫຼັງຈາກທ່ານ ໂດນັນ ທັມ ເປັນປະທານາທິບໍດີ ປະກາດໃຊ້ນະໂຍບາຍເຂັ້ມງວດ ກວດຄົນຢ່າງຈິງຈັງຕໍ່ຄົນກຸ່ມນີ້ ໂດຍໃນເດືອນມີນາຜ່ານມາ ມີຜູ້ຖືກຈັບກຸມພຽງແຕ່ 1,700 ຄົນເທົ່ານັ້ນ ເຊິ່ງຖືວ່າເປັນຕົວເລກທີ່ໜ້ອຍທີ່ສຸດນັບຕັ້ງແຕ່ປີ 2000 ເປັນຕົ້ນມາ ການຫຼຸດລົງດັ່ງກ່າວນີ້ ຍັງລວມເຖິງຕົວເລກຂອງເດັກນ້ອຍທີ່ບໍ່ທັນບັນລຸພາວະ ທີ່ເດີນທາງມາຄົນດຽວ

ທ່ານ ຈອນ ເຄລລີ ລັດຖະມົນຕີກະຊວງຄວາມໝັ້ນຄົງແຫ່ງມາຕຸພູມຂອງສະຫະລັດ ໄດ້ກ່າວກັບລັດຖະສະພາສະຫະລັດວ່າ ການຫຼຸດລົງຂອງຜູ້ອົບພະຍົບຈາກອາເມລິກາງ ມາສະຫະລັດ ເປັນຈຳນວນຫຼາຍ ທີ່ເກີດຂຶ້ນເປັນເລື່ອງເຫຼືອເຊື່ອ ແຕ່ບໍ່ແມ່ນເລື່ອງອຸປະຕິເຫດ ເພາະເປັນສິ່ງທີ່ເກີດຂຶ້ນຈາກການດຳເນີນນະໂຍບາຍຂອງປະທານາທິບໍດີທັມ ແລະເປັນການຫຼຸດຢ່າງຕໍ່ເນື່ອງຕິດຕໍ່ກັນເປັນເດືອນທີ 5 ຫຼືຫຼຸດລົງປະມານ 71% ເມື່ອທຽບກັບຕົວເລກໃນເດືອນທັນວາ 2016 ຜ່ານມາ ທີ່ມີຍອດການຈັບກຸມສູງເຖິງ 58,478 ຄົນ

ເຖິງແມ່ນວ່າ ຕົວເລກທີ່ຫຼຸດລົງຂອງຜູ້ທີ່ພະຍາຍາມ ຈະເຂົ້າມາຍັງສະຫະລັດ ໂດຍຜິດກົດໝາຍຈະເປັນຂ່າວດີ ແຕ່ຕ້ອງເຮັດໃຫ້ແນ່ໃຈວ່າ ການຮັກສາຄວາມປອດໄພ ຕາມຊາຍແດນທາງພາກໃຕ້ຂອງປະເທດ ຈະຍັງຄົງໄດ້ຮັບຄວາມສຳຄັນ ເພາະເປັນການປ້ອງກັນປະເທດຈາກກຸ່ມກໍ່ການຮ້າຍ ແລະກຸມອາຊະຍາກຳອື່ນໆ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...