Homeຂ່າວຕ່າງປະເທດຈີນ-ແຟງລັງ ເພີ່ມທະວີສາຍພົວພັນທາງດ້ານການທູດ

ຈີນ-ແຟງລັງ ເພີ່ມທະວີສາຍພົວພັນທາງດ້ານການທູດ

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 6 ເມສາ 2017 ຜ່ານມາວ່າ ປະທານາທິບໍດີ ສີ ຈິ້ນຜິງ ຂອງຈີນ ໄດ້ມອບ “ໝີແພນດ້າ 2 ໂຕ” ເປັນຂອງຂວັນຄົບຮອບເອກະລາດ 100 ປີຂອງແຟງລັງ ລະຫວ່າງທີ່ການພົບປະຫາລືກັບຜູ້ນຳແຟງລັງ ກ່ອນທີ່ຈະເດີນທາງໄປພົບກັບທ່ານ ໂດນັນ ທັມ ປະທານາທິບໍດີສະຫະລັດອາເມລິກາ

ປະທານາທິບໍດີ ຊາອູລີ ນິອິນິສເຕີ ແຫ່ງແຟງລັງ ໄດ້ກ່າວຂອບໃຈຈີນ ທີ່ໄວ້ໃຈໃຫ້ແຟງລັງເບິ່ງແຍງແພນດ້າ ເຊິ່ງເປັນສ່ວນໜຶ່ງຂອງການທູດຈີນ “ເຮົາຮູ້ວ່າແພນດ້າແມ່ນສົມບັດແຫ່ງຊາດຂອງຈີນ ເຊິ່ງເຮົາໄດ້ປະຕິບັດກັບພວກມັນດ້ວຍກຽດ ແລະຄວາມເຄົາລົບ”

ແຟງລັງ ແລະຈີນ ໄດ້ລົງນາມຂໍ້ຕົກລົງນຳກັນຫຼາຍເລື່ອງ ເຊິ່ງມຸ່ງຫວັງທີ່ຈະພັດທະນາຄວາມສຳພັນ ທາງການຄ້າລະດັບທະວີພາຄີໃນອະນາຄົດ ພ້ອມຄວາມຮ່ວມມືທາງນະວັດຕະກຳ ແລະຄວາມຮ່ວມມືທາງດ້ານກົດໝາ ລວມເຖິງການແລກປ່ຽນໃນການຝຶກຊ້ອມກິລາລະດູໜາວທີ່ຈີນເປັນເຈົ້າພາບ ເຊິ່ງຈະໄດ້ຈັດຂຶ້ນໃນປີ 2022 ນີ້ ຂະນະທີ່ແຟງລັງໃຫ້ຄຳໝັ້ນວ່າ ຈະຢຶດໝັ້ນນະໂຍບາຍຈີນດຽວນຳອີກດ້ວຍ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...