Homeຂ່າວຕ່າງປະເທດ"ລົດຮັບສົ່ງໄຮ້ຄົນຂັບ"ມີເລເຊີ-ຊອບແວ ຄວບຄຸມລະບົບການເຄື່ອນທີ່ (ມີຄຣິບ)

“ລົດຮັບສົ່ງໄຮ້ຄົນຂັບ”ມີເລເຊີ-ຊອບແວ ຄວບຄຸມລະບົບການເຄື່ອນທີ່ (ມີຄຣິບ)

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 5 ເມສາ 2017 ຜ່ານມາວ່າ ນະຄອນຫຼວງລອນດອນຂອງອັງກິດ ໄດ້ທົດລອງລົດຮັບສົ່ງສາທາລະໄຮ້ຄົນຂັບທີ່ບໍ່ໄດ້ແລ່ນເທິງລາງ ລ່າສຸດທາງການລອນດອນ ແລະບໍລິສັດຜູ້ພັດທະນາ “ອ໊ອກບໍຕິກາ” ປະກາດຈະຂະຫຍາຍເວລາທົດສອບ ເດີນລົດໄຮ້ຄົນຂັບນີ້ໄປອີກ 3 ອາທິດ ພ້ອມເປີດໃຫ້ຜູ້ສົນໃຈເຂົ້າເປັນອາສາສະໝັກຮ່ວມທົດສອບເພີ່ມອີກ 100 ຄົນ

ການທົດລອງແລ່ນນີ້ ໃຊ້ລົດທັງໝົດ 7 ຄັນ ແລ່ນໃນເສັ້ນທາງ 3.2 ກິໂລແມັດ ລຽບແມ່ນໍ້າໃກ້ສະໜາມກິລາ ໂອທູ ອາຣີນ່າ ເຊິ່ງເປັນບໍລິເວນທີ່ມີຄົນຫຼາຍ ມີຖະໜົນຄົນຍ່າງ ແລະຜູ້ໃຊ້ລົດຖີບຫຼາຍ, ນອກຈາກນີ້ ຍັງມີການທົດລອງຢູ່ເມືອງອື່ນໆອີກເຊັ່ນ ເມືອງບຣິສຕອນ, ໂຄເວນທຣີ ແລະມິສຕັນ ເຄນ ເຊິ່ງຄາດວ່າຈະມີການເປີດໃຫ້ບໍລິການ ຮັບສົ່ງສາທາລະນະໄຮ້ຄົນຂັບທີ່ບໍ່ໄດ້ແລ່ນເທິງລາງ ຢ່າງເປັນທາງການ ຢູ່ນະຄອນຫຼວງລອນດອນ ໃນປີ 2019 ນີ້

ລົດຮັບສົ່ງສາທາລະນະໄຮ້ຄົນຂັບນີ້ ພັດທະນາມາຈາກລົດໄຟໄຮ້ຄົນຂັບ ຕົ້ນແບບຈາກ “ອັລຕຣາ ພ໊ອກ” ທີ່ແລ່ນຮັບຜູ້ໂດຍສານໃນສະໜາມບິນຮີທໂທມາດົນນານຫຼາຍປີ, ເຊິ່ງລົດຮັບສົ່ງສາທາລະນະໄຮ້ຄົນຂັບນີ້ ສາມາດແລ່ນໄດ້ຄວາມໄວສູງສຸດ 16 ກິໂລແມັດ/ຊົ່ວໂມງ ຄວບຄຸມການເຄື່ອນທີ່ດ້ວຍຊອບແວຄອມພິວເຕີ ແລະມີອຸປະກອນກວດຈັບທິດທາງ ດ້ວຍກ້ອງ 5 ໜ່ວຍ ແລະມີລະບົບເລເຊີ ສາມາດເບິ່ງເຫັນໄດ້ໃນໄລຍະ 100 ແມັດ ບັນທຸກຜູ້ໂດຍສານໄດ້ 4-6 ຄົນ ໂດຍທີ່ບໍ່ມີພວງມາໄລ ແລະເບກໃນລົດ ເພາະມັນສາມາດຢຸດລົດໄດ້ເອງ ເມື່ອພົບສິ່ງກີດຂວາງ ແນວໃດກໍຕາມຍັງຕ້ອງມີພະນັກງານປະຈຳລົດຄອຍດູແລ ຫາກເກີດເຫດການສຸກເສີນ ກໍຈະມີປຸ່ມສຸກເສີນກົດ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...