Homeນານາສາລະ11 ຕົ້ນໄມ້ມຸງຄຸນ ທີ່ຄວນປູກເສີມບາລະມີ

11 ຕົ້ນໄມ້ມຸງຄຸນ ທີ່ຄວນປູກເສີມບາລະມີ

Published on

ການປູງຕົ້ນໄມ້ໃນບໍລິເວນເຮືອນ ມີປະໂຫຍດຫຼາຍຢ່າງເຊັ່ນ: ປະດັບເພື່ອຄວາງາມ, ໃຫ້ຮົ່ມເຢັນດີ, ເອົາດອກ ໝາກມາກິນ ແລະທີ່ສຳຄັນມີຕົ້ນໄມ້ບາງຊະນິດ ກໍມີຄວາມເຊື່ອມາແຕ່ບູຮານ ໃນເລື່ອງຂອງການຊ່ວຍເສີມສິລິມຸງຄຸນໃຫ້ກັບເຮືອນ ແລະຄົນທີ່ອາໄສຢູ່ເຮືອນຫຼັງນັ້ນ

  1. ຕົ້ນໝາກຍົມ: ຕາມຄວາມເຊື່ອວ່າ ການປູກຕົ້ນໝາກຍົມ ຈະເຮັດໃຫ້ຄົນນິຍມຊົມຊອບ, ມີຄົນຮັກ ແລະມີຊື່ສຽງ ບໍ່ມີຄົນຄິດປອງຮ້າຍ ຫຼືບໍ່ມີສັດຕູ ແລະຫາກປູກໄວ້ທິດຕາເວັນຕົກ ຈະຊ່ວຍປ້ອງກັນວິນຍານຮ້າຍໄດ້
  2. ຕົ້ນດອກຄູນ: ເຊື່ອວ່າຈະຊ່ວຍໃຫ້ຜູ້ທີ່ຢູ່ອາໄສໃນເຮືອນນັ້ນ ມີຄວາມຈະເລີນຮຸ່ງເຮືອງ, ມີກຽດສັກສີ ແລະໃບຂອງຕົ້ນຄູນ ຍັງຖືກນຳເອົາໄປໃຊ້ໃນພິທີສະເດາະເຄາະອີກດ້ວຍ ຄວນປູກໄວ້ທິດຕາເວັນຕົກສ່ຽງໃຕ້ຂອງເຮືອນ
  3. ຕົ້ນກ້ວຍ: ມີຄວາມເຊື່ອຈະເຮັດໃຫ້ການເຮັດວຽກມີຄວາມກ້າວໜ້າດີຂຶ້ນ ຄິດຊິເຮັດສິ່ໃດກໍງ່າຍ ຄືກັນກັບປອກກ້ວຍເຂົ້າປາກ ຄວນປູກໄວ້ທິດຕາເວັນອອກຂອງເຮືອນ
  4. ຕົ້ນວາດສະໜາ: ເຊື່ອວ່າຫາກເຮືອນໃດປູກ ຈະເຮັດໃຫ້ຄົນມີຄວາມສຸກ, ມີຄວາມສົມຫວັງໃນຊີວິດ ແລະເປັນຕົ້ນໄມ້ແຫ່ງໂຊກ ຖືເປັນຕົ້ນໄມ້ສ່ຽງທາຍ ຖ້າຕົ້ນວາດສະໜາເຮືອນໃດອອກດອກງາມ ຈະເຮັດໃຫ້ມີໂຊກ ປາຖະໜາສິ່ງໃດກໍຈະສົມຫວັງດັ່ງໃຈ ຄວນປູກໄວ້ທິດຕາເວັນອອກສ່ຽງເໜືອ ຄວນປູກໃນວັນອັງຄານ ແລະຄວນໃຫ້ຜູ້ຍິງປູກຈະດີທີ່ສຸດ
  5. ຕົ້ນດອກເສດຖີ: ເຊື່ອວ່າຈະນຳໂຊກມາໃຫ້ ຈະເຮັດໃຫ້ຄອບຄົວມີຄວາມສະຫງົບສຸກ ແລະຖ້າປູກອອກດອກໄດ້ 8 ດອກຈະມີໂຊກ, ມີເງິນຄຳ ແລະໄດ້ເລື່ອນຕຳແໜ່ງ ຄວນປູກໃນທິດຕາເວັນອອກສ່ຽງໃຕ້ ແລະປູກວັນພຸດ ຈະເປັນມຸງຄຸນຫຼາຍ
  6. ຕົ້ນດອກເຂັມ: ເປັນສັນຍາລັກແທນຄວາມສະຫຼາດຫຼັກແຫຼມ ປຽບທຽບກັບເຂັມທີ່ແຫຼມຄົມ ແລະການປູກໄວ້ໃນເຮືອນເຊື່ອວ່າ ຈະເຮັດໃຫ້ຄົນໃນເຮືອນມີຄວາມສະຫຼາດຫຼັກແຫຼມຄືກັບດອກເຂັມ ແລະຍັງເຮັດໃຫ້ມີໄຫວພິບເອົາຕົວລອດ
  7. ຕົ້ນດອກເງິນດອກຄຳ: ເຊື່ອວ່າຈະເຮັດໃຫ້ຄົນພາຍໃນເຮືອນມີຄວາມສະຫງົບສຸກ, ຫາເງິນຫາຄຳໄດ້ດີ
  8. ຕົ້ນໝາກມີ້: ຈະເຮັດໃຫ້ຄົນພາຍໃນເຮືອນໄດ້ຮັບການສະໜັບສະໜູນ ມີຄົນຄອຍອຸປະຖຳຄໍ້າຊູ ແລະໃຫ້ຄວາມຊ່ວຍເຫຼືອ ສາມາດປ້ອງກັນອັນຕະລາຍໄດ້
  9. ຕົ້ນໝາກຂາມ: ເຊື່ອວ່າຈະເຮັດໃຫ້ຄົນມັກ, ເຮັດໃຫ້ຄົນອື່ນນັບຖື ແລະປ້ອງກັນຄະດີ, ການຜິດຖຽງກັນ ແລະວນຍານໄດ້
  10. ຕົ້ນໄຜ່: ມີຄວາມເຊື່ອວ່າ ການປູກຕົ້ນໄຜ່ ຈະເຮັດໃຫ້ຄົນໃນຄອບຄົວມີຄວາມປອງດອງ ສາມັກຄີ ບໍ່ແຕກແຍກ ຮັກກັນ ແລະຕົ້ນໄຜ່ຍັງເປັນຕົ້ນໄມ້ທີ່ອ່ອນຕາມລົມ ເຮັດໃຫ້ຄົນອ່ອນນ້ອມຖ່ອມຕົນ
  11. ຕົ້ນໝາກມ່ວງ: ເຊື່ອວ່າຈະເຮັດໃຫ້ຄົນທີ່ຢູ່ອາໄສລໍ່າລວຍຫຼາຍຂຶ້ນ ແລະປ້ອງກັນບໍ່ໃຫ້ຄົນອື່ນມາໃສ່ຄວາມໃຫ້ຄົນໃນຄອບຄົວເດືອນຮ້ອນໄດ້

ແນວໃດກໍຕາມ ຕົ້ນໄມ້ທີ່ກ່າວມານັ້ນ ກໍເປັນຄວາມເຊື່ອສ່ວນບຸກຄົນທີ່ມີມາແຕ່ດົນນານ, 11 ຕົ້ນໄມ້ທີ່ກ່າວມານີ້ ກໍເປັນພຽງຈຳນວນໜຶ່ງທີ່ຍົກຂຶ້ນມາໃຫ້ຜູ້ອ່ານໄດ້ຮູ້ ແລະຍັງມີຫຼາຍໆຊະນິດ ທີ່ຄົນລາວເຮົາເຊື່ອວ່າປູກແລ້ວເປັນສິລິມຸງຄຸນ ແລະເສີມບາລະມີໃຫ້ກັບຕົນເອງ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...