Homeນານາສາລະ6 ວິທີ ຈັດການບັນຫາຮູຂຸມຂົນກວ້າງ ດ້ວຍວິທີທໍາມະຊາດ

6 ວິທີ ຈັດການບັນຫາຮູຂຸມຂົນກວ້າງ ດ້ວຍວິທີທໍາມະຊາດ

Published on

ຮູຂຸມຂົນເທິງໃບໜ້າ ໂດຍສະເພາະຮູຂຸມຂົນກວ້າງ ເຊິ່ງເປັນບັນຫາຜິວ ທີ່ເຮັດໃຫ້ສາວໆຫຼາຍໆຄົນມີຄວາມຕຶງຄຽດກັບມັນ, ມື້ນີ້ລາວໂພສຕ໌ ຈະມາແນະນຳ ວິທີແກ້ຮູຂຸມຂົນເທິງໃບໜ້າແບບງ່າຍໆ ທີ່ໄດ້ຜົນ ແລະປອດໄພ, ສຳລັບວິທີກະຊັບຮູຂຸມຂົນກວ້າງ ເທິງໃບໜ້າສາມາດເຮັດໄດ້ງ່າຍໆ ສາວໆສາມາດແກ້ໄຂບັນຫາຮູຂຸມຂົນກວ້າງດ້ວຍສູດກະຊັບຮູຂຸມຂົນ ຈາກວິທີທຳມະຊາດດັ່ງນີ້:

  1. ໝາກເລັ່ນ: ພອກໜ້າດ້ວຍໝາກເລັ່ນວັນລະ 15 ນາທີ ກ່ອນທີ່ຈະລ້າງອອກດ້ວຍນໍ້າເຢັນ ຈະຊ່ວຍບຳລຸງຜິວໃຫ້ສົດຊື່ນ, ບໍ່ແຫ້ງ, ມີສານຕ້ານອະນຸມູນອິດສະລະ ທີ່ຊ່ວຍຫຼຸດ ແລະຢັບຢັ້ງການແກ່ກ່ອນໄວ ສາມາດເຮັດໃຫ້ຜິວໜ້າເຕັ່ງຕຶງ, ປົວສິວ ແລະຊ່ວຍກະຊັບຮູຂຸມຂົນ
  2. ນວດໜ້າດ້ວຍນໍ້າກ້ອນ: ພຽງແຕ່ເອົານໍ້າກ້ອນສະອາດມານວດ ຫຼືປະຄົບເທິງໃບໜ້າ ຫຼືຖ້າເຢັນຫຼາຍກໍໃຊ້ຜ້າບາງໆ ຫໍ່ນໍ້າກ້ອນກ່ອນທີ່ເອົາມານວດ, ຈາກນັ້ນເອົາມານວດຖູໜ້າຄ່ອຍໆ ແລະເນັ້ນບໍລິເວນທີ່ມີຮູຂຸມຂົນກວ້າງ ເຮັດຕະຫຼອດທຸກເຊົ້າ ແລະກ່ອນນອນປະມານ 15-30 ວິນາທີ ຈະຊ່ວຍໃຫ້ຮູຂຸມຂົນກະຊັບ ແລະນ້ອຍລົງໄດ້
  3. ໝາກນາວ: ພຽງແຕ່ເອົານໍ້າໝາກນາວປະມານ 1 ບ່ວງແກງປະສົມກັບນໍ້າເຜິ້ງ ຈາກນັ້ນເອົາໄປພອກໃຫ້ທົ່ວໃບໜ້າ ຈະຊ່ວຍຫຼຸດບັນຫາຮູຂຸມຂົນໄດ້
  4. ນໍ້າເຜິ້ງ: ດ້ວຍການເອົານໍ້າເຜິິ້ງໄປປະສົມກັບໂຢເກິດ ແລ້ວເອົາມາພອກນ້າ 15 ນາທີ ຫຼືເອົາມານວດໜ້າ ຈະຊ່ວຍຫຼຸດບັນຫາຮູຂຸມຂົນໄດ້
  5. ນໍ້າຕານຊາຍ: ດ້ວຍການເອົານໍ້າຕານຊາຍ ປະສົມກັບນໍ້າເຜິ້ງ ແລະນໍ້າມັນໝາກກອກ ແລ້ວເອົາໄປທາ ບໍລິເວນໃບໜ້າແລ້ວຂັດຄ່ອຍໆ ເນັ້ນບ່ອນທີ່ຮູຂຸມຂົນກວ້າງ ແລະຜິວມັນ ຈາກນັ້ນປະໄວ້ 3-4 ນາທີ ແລ້ວລ້າງອອກດ້ວຍນໍ້າເຢັນ
  6. ໝາກແຕງກວາ: ພຽງແຕ່ເອົາໝາກແຕງກວາ 1 ໜ່ວຍ ມາປາດເປັນປ່ຽງ ແລ້ວບົດລະອຽດ ຈາກນັ້ນເອົາໄປປະສົມກັບນໍ້າໝາກນາວ 2-3 ຢອດ ແລ້ວເອົາມາພອກໜ້າ ປະໄວ້ປະມານ 15-20 ນາທີ ຈຶ່ງລ້າງອອກດ້ວຍນໍ້າສະອາດ ຈະຊ່ວຍຫຼຸດບັນຫາຮູຂຸມຂົນກວ້າງໃຫ້ກະຊັບ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...