spot_img
Homeຂ່າວການພັດທະນາໃນປີ 2016 ສາມາດກວດກູ້ລະເບີດບໍ່ທັນແຕກ ໃນເນື້ອທີ່ 3.400 ກວ່າເຮັກຕາ

ໃນປີ 2016 ສາມາດກວດກູ້ລະເບີດບໍ່ທັນແຕກ ໃນເນື້ອທີ່ 3.400 ກວ່າເຮັກຕາ

Published on

ສປປ ລາວ ເປັນປະເທດໜຶ່ງ ທີ່ໄດ້ຮັບຜົນກະທົບ ຈາກລູກ​ລະ​ເບີດ​ບໍ່​ທັນ​ແຕກໃນປາງສົງຄາມ ຢ່າງໜັກໜ່ວງກວ່າໝູ່ໃນໂລກ, ອີງຕາມການສຳຫລວດ ຜົນກະທົບຂອງ ລູກ​ລະ​ເບີດ​ບໍ່​ທັນ​ແຕກ ຢູ່ສປປ ລາວ ໃນປີ 1996 ຂອງອົງການ ແຮນດີແຄບສາກົນ ​ໃຫ້ຮູ້ວ່າ ມີ​ລູກ​ລະ​ເບີດ​ບໍ່​ທັນ​ແຕກຕົກຄ້າງຢູ່ 1/3 ຂອງເນື້ອທີ່ປະເທດລາວ.

ໃນປີ 2016 ຈຳນວນຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກມີຈຳນວນທັງໝົດ 50 ຄົນ ເຊິ່ງເຫັນວ່າໄດ້ຫຼຸດລົງ ຈາກປີ 2008 ທີ່ຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກ ຈຳນວນ 300 ຄົນ ເຊິ່ງຖືກວ່າໄດ້ປະກອບສ່ວນສຳຄັນ ເຂົ້າໃນ ການພັດທະນາ ເສດຖະກິດ-ສັງຄົມ ຂອງລັດຖະບານ ແລະປະກອບສ່ວນເຂົ້າໃນການສູ້ຊົນ ເພື່ອບັນລຸເປົ້າໝາຍສະຫັດສະວັດ ດ້ານການພັດທະນາ.

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວ ໃນພິທີລະນຶກ ວັນສາກົນໂຄສະນາ ເພື່ອຕ້ານລະເບີດບໍ່ທັນແຕກ ປີ 2017 ໃນວັນທີ 4 ເມສາ ນີ້ ຢູ່ນະຄອນຫລວງວຽງຈັນ ວ່າ: ບັນດາຜົນສຳເລັດ ທີ່ກ່າວມາ​ຂ້າງ​ເທິງນັ້ນ  ຍ້ອນວ່າຫລັງຈາກ ໄດ້ຈັດຕັ້ງປະຕິບັດວຽກງານ ແກ້ໄຂບັນຫາລູກ​ລະ​ເບີດ​ບໍ່​ທັນ​ແຕກ ໃນ 2 ທົດສະວັດທີ່ຜ່ານມາ ສາມາດກວດກູ້ເນື້ອທີ່ໄດ້ 60 ພັນກວ່າເຮັກຕາ (ສະເພາະ ປີ 2016 ກວດກູ້ໄດ້ 3.400 ກວ່າເຮັກຕາ),  ທຳລາຍລູກ​ລະ​ເບີດ​ບໍ່​ທັນ​ແຕກ ໄດ້ເກືອບ 2 ລ້ານໜ່ວຍ (ສະເພາະ ປີ 2016 ທຳລາຍໄດ້ຫລາຍກວ່າ 95.000 ໜ່ວຍ) ແລະ ສາມາດຊ່ວຍເຫລືອ ປິ່ນປົວການແພດ, ຟື້ນຟູສຸຂະພາບ ແລະ ປະກອບອາຊີບ ໃຫ້ຜູ້ລອດຊີວິດ ຈາກລູກ​ລະ​ເບີດ​ບໍ່​ທັນ​ແຕກ ໄດ້ຫລາຍກວ່າ 3 ພັນຄົນ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...